ສະບາຍດີ. ພວກທ່ານເປັນແນວໃດແດ່? ຜ່ານມາຄັກຫຼາຍ ແມ່ນບໍ? ຂ້າພະເຈົ້າເກືອບຫງາຍຍ້ອນສິ່ງທີ່ໄດ້ເກີດຂຶ້ນທັງໝົດ. ອັນທີ່ຈິງ, ຂ້າພະເຈົ້າວ່າຈະກັບດີກວ່າ. (ຫົວ) ຜ່ານມາ ມີຢູ່ ສາມ ແກນ, ແມ່ນບໍ່, ທີ່ໄດ້ຜ່ານກອງປະຊຸມ, ເຊິ່ງກ່ຽວພັນ ກັບສິ່ງທີ່ຂ້າພະເຈົ້າຢາກເວົ້າເຖິງ ອັນທີໜຶ່ງແມ່ນຫຼັກຖານອັນອັດສະຈັນ ຂອງຄວາມຄິດສ້າງສັນຂອງມະນຸດຊາດ ໃນບົດສະເໜີທັງໝົດທີ່ພວກເຮົາໄດ້ຟັງຜ່ານມາ ແລະ ຈາກໝົດທຸກຄົນທີ່ຢູ່ທີ່ນີ້. ສະເພາະແຕ່ ຄວາມຫຼາກຫຼາຍ ແລະ ຂອບເຂດ ຂອງມັນ ກໍ່ພໍແຮງແລ້ວ. ອັນທີສອງນັ້ນແມ່ນ ສິ່ງນີ້ ພາເຮົາມາຢູ່ໃນຈຸດທີ່ພວກເຮົາບໍ່ຮູ້ເລີຍວ່າແມ່ນຫຍັງຈະເກີດຂຶ້ນ, ໃນອະນາຄົດ. ບໍ່ຮູ້ເລີຍ ວ່າ ສິ່ງເຫຼົ່ານີ້ຈະຜັນຂະຫຍາຍໄປແນວທາງໃດ. ຂ້າພະເຈົ້າມີຄວາມສົນໃຈໃນການສຶກສາ - ອັນທີ່ຈິງແລ້ວ, ສິ່ງທີ່ຂ້າພະເຈົ້າເຫັນແມ່ນ ໝົດທຸກຄົນມີສິ່ງທີ່ຕ້ອງສົນໃຈໃນການສຶກສາ. ບໍ່ແມ່ນບໍ? ຂ້າພະເຈົ້າເຫັນວ່າສິ່ງນີ້ເປັນຕາສົນໃຈຫຼາຍ. ຖ້າທ່ານໄປຮ່ວມງານສັງສັນ, ແລະ ເວົ້າວ່າ ທ່ານເຮັດວຽກໃນຂະແໜງສຶກສາ - ອັນທີ່ຈິງ, ທ່ານຈະບໍ່ຄ່ອຍໄດ້ໄປຮ່ວມງານສັງສັນດອກ, ເວົ້າແທ້, ຖ້າທ່ານເຮັດວຽກໃນຂະແໜງສຶກສາ. (ຫົວ) ບໍ່ມີໃຜເຊີນທ່ານດອກ. ແລະ ກໍ່ບໍ່ມີໃຜຊວນທ່ານເປັນເທື່ອທີສອງ, ເຊິ່ງມັນກໍ່ແປກ. ຂ້າພະເຈົ້າວ່າມັນປະຫຼາດດີ. ແຕ່ວ່າຖ້າທ່ານໄດ້ໄປ, ແລະ ບອກໃຜຜູ້ໜຶ່ງວ່າ, ຫັ້ນນ່າ, ເຂົາຖາມວ່າ, “ເຈົ້າເຮັດວຽກຫຍັງ?” ແລ້ວ ທ່ານບອກວ່າທ່ານເຮັດວຽກໃນຂະແໜງສຶກສາ, ທ່ານຊິເຫັນໃບໜ້າຂອງເຂົາປາດສະຈາກສີເລືອດ. ເຂົາຈະເປັນປະມານວ່າ, “ຈັ່ງແມ່ນຊາດ,” ຫັ້ນນ່າ, “ເປັນຫຍັງຕ້ອງແມ່ນກູ? ຫາກໍ່ຊິໄດ້ອອກມາສັງສັນກັບໝູ່ເທື່ອທຳອິດໃນອາທິດ.” (ຫົວ) ແຕ່ຖ້າທ່ານຫາກຖາມກ່ຽວກັບການສຶກສາຂອງເຂົາ, ເຂົາຈະຈັບທ່ານຕິດຝາ. ເພາະວ່າມັນເປັນສິ່ງໜຶ່ງ ທີ່ລົງເລິກໃນຕົວຄົນເຮົາ, ຂ້າພະເຈົ້າເວົ້າຖືກບໍ? ຄືກັບ ສາດສະໜາ, ເງິນຄຳ ແລະ ສິ່ງອື່ນໆ. ຂ້າພະເຈົ້າມີຄວາມສົນໃຈອັນໃຫຍ່ຫຼວງໃນການສຶກສາ, ແລະ ຄິດວ່າເຮົາທຸກຄົນມີຄືກັນໝົດ. ເຮົາມີສ່ວນໄດ້ສ່ວນເສີຍອັນໃຫຍ່ຫຼວງໃນການສຶກສາ, ສ່ວນໜຶ່ງຍ້ອນວ່າ ມັນແມ່ນການສຶກສານີ້ລະທີ່ຄວນຈະ ພາເຮົາໄປສູ່ອະນາຄົດທີ່ພວກເຮົາບໍ່ສາມາດເຂົ້າໃຈໄດ້. ຖ້າທ່ານລອງຄິດເບິ່ງ, ເດັກນ້ອຍທີ່ເລີ່ມເຂົ້າໂຮງຮຽນປີນີ້ ຈະກິນບຳນານໃນປີ 2065. ບໍ່ມີໃຜຮູ້ - ເຖິງຈະມີຊ່ຽວຊານຕັ້ງຫຼາຍຄົນທີ່ໄດ້ແຫ່ຂະບວນມາໃນໄລຍະ 4 ວັນທີ່ຜ່ານມາ - ວ່າໂລກນີ້ຈະເປັນແນວໃດ ໃນອີກ 5 ປີ. ແຕ່ປານນັ້ນ ພວກເຮົາຍັງພັດ ຕ້ອງໄດ້ໃຫ້ການສຶກສາແກ່ເດັກນ້ອຍເຜື່ອໄວ້. ສະນັ້ນ ການທີ່ບໍ່ສາມາດຄາດເດົາໄດ້ນັ້ນ, ຂ້າພະເຈົ້າຄິດວ່າ, ເປັນສິ່ງທີ່ມະຫັດສະຈັນ. ແລະ ສ່ວນທີສາມ ໃນນີ້ ແມ່ນ ພວກເຮົາທຸກຄົນໄດ້ເຫັນພ້ອມກັນແລ້ວ ເຖິງ ສະມັດຖະນະອັນອັດສະຈັນທີ່ເດັກນ້ອຍມີ - ສະມັດຖະນະເພື່ອການປ່ຽນແປງຂອງເຂົາ. ຂ້າພະເຈົ້າໝາຍເຖິງ, ຊີເຣນາ ມື້ຄືນນີ້ ແມ່ນຄົນທີ່ມະຫັດສະຈັນ, ບໍ່ແມ່ນບໍ? ພຽງແຕ່ເບິ່ງສິ່ງທີ່ລາວສາມາດເຮັດໄດ້. ແລະ ລາວກໍ່ມີຈຸດພິເສດ, ແຕ່ຄັນຊິເວົ້າແລ້ວ ຂ້າພະເຈົ້າຄິດວ່າລາວກໍ່ບໍ່ໄດ້ ພິເສດມາຕັ້ງແຕ່ຍັງນ້ອຍ. ສິ່ງທີ່ທ່ານເຫັນນັ້ນແມ່ນຄົນຜູ້ໜຶ່ງທີ່ອຸທິດຕົນຢ່າງຍິ່ງ ຜູ້ທີ່ພົບກັບພອນສະຫວັນ. ແລະ ຂໍ້ສະເໜີຂອງຂ້າພະເຈົ້າແມ່ນວ່າ ເດັກທຸກຄົນມີພອນສະຫວັນຫຼາຍຫຼວງ. ແລະ ພວກເຮົາກໍ່ສິ້ນເປືອງສິ່ງນີ້ໄປ, ຢ່າງບໍ່ໃສ່ໃຈເລີຍ. ສະນັ້ນ ຂ້າພະເຈົ້າຢາກເວົ້າກ່ຽວກັບການສຶກສາ ແລະ ຂ້າພະເຈົ້າຢາກເວົ້າກ່ຽວກັບຄວາມຄິດສ້າງສັນ. ຈຸດຢືນຂອງຂ້າພະເຈົ້າແມ່ນວ່າ ຄວາມຄິດສ້າງສັນໃນປະຈຸບັນ ແມ່ນສຳຄັນສຳລັບການສຶກສາທຽບເທົ່າກັບການຮູ້ໜັງສື, ແລະ ພວກເຮົາກໍ່ຄວນປະຕິບັດກັບທັງສອງສິ່ງໃນສະຖານະພາບດຽວກັນ. (ຕົບມື) ຂອບໃຈ. ມື້ນີ້ກໍ່ມີເທົ່ານີ້ເດີ້. ຂອບໃຈຫຼາຍໆ. (ຫົວ) ສະນັ້ນ, ຍັງອີກ 15 ນາທີ. ອັນ, ຂ້າພະເຈົ້າໄດ້ເກີດທີ່... ບໍ່ແມ່ນ. (ຫົວ) ຫວ່າງມໍ່ໆມານີ້ ຂ້າພະເຈົ້າໄດ້ຍິນເລື່ອງດີໆເລື່ອງໜຶ່ງ - ຂ້າພະເຈົ້າມັກເລົ່າເລື່ອງນີ້ໃຫ້ຄົນຟັງ - ກ່ຽວກັບເດັກຍິງຜູ້ໜຶ່ງໃນຊົ່ວໂມງຮຽນແຕ້ມຮູບ. ລາວອາຍຸໄດ້ ຫົກ ປີ. ແລະ ລາວນັ່ງຢູ່ຫຼັງສຸດ, ກຳລັງແຕ້ມຢູ່, ແລະ ຄູໄດ້ເວົ້າວ່ານາງນ້ອຍຜູ້ນີ້ບໍ່ຄ່ອຍ ເອົາໃຈໃສ່ໃນໂມງຮຽນ, ແລະ ໃນຊົ່ວໂມງແຕ້ມຮູບແນວນີ້ລາວພັດໃສ່ໃຈ. ນາງຄູຮູ້ສຶກສະຫງົນ ແລະ ເຂົ້າໄປຫານາງນ້ອຍ ແລະ ເວົ້າວ່າ, “ກຳລັງແຕ້ມຫຍັງ?” ແລະ ນາງນ້ອຍເວົ້າວ່າ, “ແຕ້ມຮູບພະເຈົ້າ.” ແລະ ນາງຄູເວົ້າວ່າ, “ແຕ່ບໍ່ມີໃຜຮູ້ໄດ໋ວ່າພະເຈົ້າມີໜ້າຕາເປັນແນວໃດ.” ແລະ ນາງນ້ອຍເວົ້າວ່າ, “ຈັກໜ້ອຍເຂົາຫາກຊິຮູ້.“ (ຫົວ) ໃນຕອນທີ່ລູກຊາຍຂອງຂ້າພະເຈົ້າໄດ້ ສີ່ ປີ ທີ່ປະເທດອັງກິດ - ອັນທີ່ຈິງ ລາວກໍ່ອາຍຸໄດ້ສີ່ປີຢູ່ທຸກບ່ອນຫັ້ນລະ, ເວົ້າແທ້. (ຫົວ) ຖ້າເວົ້າໃຫ້ຖືກແທ້, ບໍ່ວ່າລາວຊິໄດ້ໄປໃສ, ລາວກໍ່ໄດ້ມີອາຍຸ ສີ່ ປີ ໝົດທັງປີນັ້ນລະ. ລາວໄດ້ຫຼິ້ນລະຄອນຕອນເກີດຂອງພະເຈົ້າ. ທ່ານຈື່ເນື້ອເລື່ອງໄດ້ບໍ?​ ບໍ່ຫວາ, ມັນຍິ່ງໃຫຍ່ຂະໜາດ. ມັນເປັນເລື່ອງທີ່ຍິ່ງໃຫຍ່. ເມລ ກິບສັນ ຫຼິ້ນພາກຕໍ່ມາ. ທ່ານອາດຈະໄດ້ເບິ່ງແລ້ວ: ເລື່ອງ “Nativity II.” ແຕ່ ເຈມສ ໄດ້ບົດຂອງ ໂຈເຊັຟ, ເຊິ່ງເຮົາຕື່ນເຕັ້ນຫຼາຍ. ເຮົາຖືວ່າບົດນີ້ເປັນຕົວຫຼັກໜຶ່ງຂອງເລື່ອງ. ໂຮງສະແດງໄດ້ເຕັມແຕ່ຄົນຂອງເຮົາທີ່ໃສ່ເສື້ອທີ່ມີລາຍຕີພິມວ່າ: “ເຈມສ ໂຣບິນສັນ ແມ່ນ ໂຈເຊັຟ!” (ຫົວ) ລາວບໍ່ຕ້ອງເວົ້າຫຍັງໃນເລື່ອງ, ແຕ່ທ່ານຮູ້ຕອນທີ່ ພະລາຊາທັງສາມເຂົ້າມາ. ພວກເຂົານຳຂອງຂວັນມາ, ແລະ ສິ່ງທີ່ພວກເຂົາຖືມາແມ່ນ ຄຳ, ກຳຍານ, ແລະ ຢາງໄມ້ຫອມ. ສິ່ງນີ້ໄດ້ເກີດຂຶ້ນແທ້. ພວກເຮົາກະໄດ້ນັ່ງຢູ່ຫັ້ນລະ ແລະ ຂ້າພະເຈົ້າຄິດວ່າພວກເຂົາໄປຂ້າມຕອນ. ເພາະວ່າເຮົາລົມນຳລູກຊາຍຫຼັງຈົບການສະແດງ ແລະ ເວົ້າວ່າ, “ເຈົ້າບໍ່ເປັນຫຍັງບໍ?” ແລະ ລາວເວົ້າວ່າ, “ໂດຍ, ເປັນຫຍັງ? ມີຫຍັງຜິດໄປ?” ພວກເຂົາປ່ຽນຕົວ, ທໍ່ນັ້ນລະ. ແຕ່ຈັ່ງໃດກໍ່ຕາມ, ເດັກຊາຍ ສາມ ຄົນເຂົ້າມາ - ອາຍຸ ສີ່ ປີ ພ້ອມກັບຜ້າເຊັດມືພັນຫົວ -​ ແລະ ພວກເຂົາວາງກ່ອງທັງສາມລົງ, ແລະ ເດັກຊາຍຜູ້ທຳອິດເວົ້າວ່າ, “ຂ້ອຍນຳຄຳມາໃຫ້ເຈົ້າ.” ແລະ ເດັກຊາຍຜູ້ທີສອງເວົ້າວ່າ, “ຂ້ອຍນຳກຳຍານມາໃຫ້ເຈົ້າ.” ແລະ ເດັກຊາຍຜູ້ທີສາມເວົ້າວ່າ, “ແຟຣງ ສົ່ງອັນນີ້ມາ.” (ຫົວ) ຈຸດທີ່ຄ້າຍຄືກັນຂອງສອງເລື່ອງນີ້ແມ່ນວ່າ ເດັກນ້ອຍຈະລອງສ່ຽງເບິ່ງ. ຖ້າເຂົາບໍ່ຮູ້, ເຂົາຈະລອງເຮັດເບິ່ງ. ຂ້າພະເຈົ້າເວົ້າແມ່ນບໍ? ພວກເຂົາບໍ່ຢ້ານທີ່ຈະຜິດ. ບາດນີ້, ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າການຜິດ ແມ່ນຄືກັນກັບຄວາມຄິດສ້າງສັນເດີ້. ສິ່ງທີ່ພວກເຮົາຮູ້ແມ່ນ, ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ, ເຈົ້າຈະບໍ່ມີວັນສ້າງສິ່ງທີ່ເປັນຕົ້ນສະບັບຂຶ້ນມາໄດ້. ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ. ແລະ ກວ່າເຂົາຊິກາຍມາເປັນຜູ້ໃຫຍ່, ເດັກສ່ວນຫຼາຍໄດ້ສູນເສີຍສະມັດຖະພາບດ້ານນີ້ໄປແລ້ວ. ພວກເຂົາໄດ້ກາຍມາເປັນຄົນທີ່ຢ້ານກົວການຜິດ. ແລະ ພວກເຮົາກໍ່ບໍລິຫານບໍລິສັດທັງຫຼາຍໃນລັກສະນະນີ້, ພວກທ່ານ. ເຮົາປະນາມການຜິດພາດ ແລະ ພວກເຮົາກໍ່ກຳລັງບໍລິຫານ ລະບົບການສຶກສາແຫ່ງຊາດທີ່ຖືວ່າ ຄວາມຜິດພາດແມ່ນສິ່ງທີ່ເຮວຮ້າຍທີ່ສຸດທີ່ເຈົ້າຈະສາມາດເຮັດໄດ້. ແລະ ຜົນໄດ້ຮັບກໍ່ແມ່ນວ່າ ພວກເຮົາກຳລັງສຶກສາຄົນໃຫ້ພົ້ນຈາກ ສະມັດຖະພາບໃນການສ້າງສັນ. ປີກັດໂຊ ເຄີຍໄດ້ເວົ້າແລ້ວ. ລາວເວົ້າວ່າ ເດັກທຸກຄົນເກີດມາເປັນນັກສິລະປະໝົດ. ບັນຫາແມ່ນ ເຮັດແນວໃດເຮົາຈຶ່ງຊິຍັງເປັນນັກສິລະປະຢູ່ເມື່ອໃຫຍ່ຂຶ້ນມາ. ຂ້າພະເຈົ້າເຊື່ອໃນສິ່ງນີ້ຢ່າງຮຸນແຮງ, ວ່າພວກເຮົາບໍ່ໄດ້ໃຫຍ່ຂຶ້ນມາສູ່ຄວາມຄິດສ້າງສັນ, ພວກເຮົາໃຫຍ່ອອກຈາກມັນ. ຫຼື ອີກໃນໜຶ່ງ, ພວກເຮົາໄດ້ຮັບການສຶກສາໃຫ້ພົ້ນຈາກມັນ. ສະນັ້ນ ເປັນຫຍັງຈິ່ງເປັນແນວນີ້? ຂ້າພະເຈົ້າເຄີຍອາໄສຢູ່ ສແຕຣດຝອດ ອອນ ອາວອນ ຈົນເຖິງປະມານ ຫ້າ ປີ ກ່ອນ. ອັນທີ່ຈິງ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ. ສະນັ້ນ ທ່ານຄືຊິຈິນຕະນາການອອກວ່າມັນເປັນການປ່ຽນແປງທີ່ປາສະຈາກຂໍ້ຂັດຂ້ອງຂະໜາດໃດ. (ຫົວ) ອັນທີ່ຈິງແລ້ວ, ພວກເຮົາເຄີຍອາໄສຢູ່ບ່ອນທີ່ເອີ້ນວ່າ ສນິດເຕິຟີລດ, ຢູ່ນອກຂອງ ສແຕຣດຝອດ ໜ້ອຍໜຶ່ງ, ເຊິ່ງເປັນບ່ອນເກີດ ຂອງພໍ່ ຂອງ ເຊັກສເປຍ. ທ່ານມີຄວາມຄິດອັນໃໝ່ເຂົ້າມາໃນຫົວບໍ? ຂ້າພະເຈົ້າມີ. ທ່ານບໍ່ຄິດຫາພໍ່ຂອງ ເຊັກສເປຍ, ແມ່ນບໍ? ທ່ານຄິດບໍ? ເພາະທ່ານບໍ່ຄິດຫາ ເຊັກສເປຍ ຕອນເປັນເດັກນ້ອຍ, ແມ່ນບໍ? ເຊັກສເປຍ ຕອນມີອາຍຸ ເຈັດ ປີ ແມ່ນບໍ? ຂ້າພະເຈົ້າບໍ່ເຄີຍຄິດກ່ຽວກັບອັນນີ້ມາກ່ອນ.​ ຂ້າພະເຈົ້າໝາຍຄວາມວ່າ, ລາວເຄີຍ ມີອາຍຸໄດ້ ເຈັດ ປີ ໃນຄັ້ງໜຶ່ງ. ລາວເຄີຍ ເຂົ້າຮຽນໃນຊົ່ວໂມງພາສາອັງກິດ ຂອງໃຜຜູ້ໜຶ່ງ, ແມ່ນບໍ? ເຈົ້າຄິດວ່າມັນຊິເປັນຕາລຳຄານຂະໜາດໃດ? (ຫົວ) “ຕ້ອງພະຍາຍາມໜັກກວ່ານີ້.” ຖືກພໍ່ບອກໃຫ້ໄປນອນ, ທ່ານຄິດເບິ່ງ, ບອກ ເຊັກສເປຍ, “ໄປນອນ, ດຽວນີ້,” ບອກ ວິລລຽມ ເຊັກສເປຍ, “ແລະ ກໍ່ວາງສໍລົງໄດ້ແລ້ວ. ແລະ ກໍ່ເຊົາເວົ້າແບບນັ້ນ. ມັນເຮັດໃຫ້ໝົດທຸກຄົນສັບສົນ.” (ຫົວ) ຈັ່ງໃດກໍ່ຢ່າ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ, ແລະ ອັນທີ່ຈິງ ຂ້າພະເຈົ້າກໍ່ຢາກເວົ້າເຖິງການຍົກຍ້າຍໜ້ອຍໜຶ່ງ. ລູກຊາຍຂ້າພະເຈົ້າບໍ່ໄດ້ຢາກມານຳ. ຂ້າພະເຈົ້າມີລູກສອງຄົນ. ລູກຊາຍ ອາຍຸ 21 ປີ ແລ້ວດຽວນີ້; ລູກສາວ ແມ່ນ 16. ລູກຊາຍບໍ່ໄດ້ຢາກມາ ລອສ ແອງເຈລິສ. ລາວມັກມັນຫຼາຍ, ແຕ່ວ່າລາວໄດ້ເພື່ອນຍິງຢູ່ອັງກິດ. ນາງແມ່ນຮັກແຫ່ງຊີວິດຂອງລາວ, ນາງ ຊາຣາ. ລາວໄດ້ຮູ້ຈັກນາງເປັນເວລາໜຶ່ງເດືອນ. ເຖິງແນວນັ້ນ, ເຂົາເຈົ້າໄດ້ສະຫຼອງວັນຄົບຮອບເທື່ອທີ ສີ່, ເພາະວ່າມັນເປັນເວລາທີ່ຍາວນານ ຕອນທີ່ເຈົ້າອາຍຸພຽງແຕ່ 16 ປີ. ຈັ່ງໃດກໍ່ຕາມ, ລາວຜິດໃຈຢ່າງແຮງໃນຂະນະທີ່ຢູ່ເທິງຍົນ, ແລະ ລາວເວົ້າວ່າ, “ລູກຈະບໍ່ໄດ້ພົບຄົນທີ່ຄື ຊາຣາ ອີກ.” ແລະ ພວກເຮົາກໍ່ຮູ້ສຶກໂລ່ງໃຈກ່ຽວກັບສິ່ງນີ້ຢູ່, ເວົ້າແທ້, ເພາະນາງແມ່ນເຫດຜົນຫຼັກຂອງການຍົກຍ້າຍອອກຈາກປະເທດຂອງພວກເຮົາ. (ຫົວ) ແຕ່ບາງຢ່າງກະທົບເຈົ້າ ເມື່ອເຈົ້າຍ້າຍມາ ອາເມຣິກາ ແລະ ເມື່ອເຈົ້າທ່ອງທ່ຽວໄປທົ່ວໂລກ: ລະບົບການສຶກສາທຸກບ່ອນໃນໂລກນີ້ ມີລຳດັບຊັ້ນຂອງວິຊາຮຽນອັນດຽວກັນໝົດ. ໝົດທຸກບ່ອນ. ບໍ່ວ່າເຈົ້າຈະໄປບ່ອນໃດ. ເຈົ້າອາດຈະຄິດວ່າມັນຊິບໍ່ເປັນແນວນັ້ນ, ແຕ່ບໍ່ແມ່ນ. ຢູ່ສູງກວ່າໝູ່ໝົດແມ່ນ ເລກ ແລະ ພາສາ, ຕໍ່ມາແມ່ນ ສັງຄົມ, ແລະ ຢູ່ລຸ່ມສຸດ ແມ່ນສີລະປະ. ທຸກບ່ອນໃນໂລກນີ້. ແລະ ກໍ່ເກືອບວ່າໃນທຸກລະບົບອີກ, ຍັງມີລຳດັບຊັ້ນພາຍໃນສາຂາສີລະປະອີກ. ໃນໂຮງຮຽນ ການວາດແຕ້ມ ແລະ ດົນຕີ ແມ່ນໄດ້ຮັບສະຖານະທີ່ສູງ ກວ່າ ການສະແດງ ແລະ ເຕັ້ນ. ບໍ່ມີລະບົບການສຶກສາບ່ອນໃດໃນໂລກນີ້ ທີ່ສອນເຕັ້ນໃຫ້ກັບເດັກນ້ອຍທຸກໆມື້ ໃນລັກສະນະທີ່ເຮົາສອນເລກ. ເປັນຫຍັງ? ເປັນຫຍັງຈິ່ງບໍ່ເຮັດຕ່າງ? ຂ້າພະເຈົ້າຄິດວ່າອັນນີ້ອ່າວສຳຄັນ. ຂ້າພະເຈົ້າຄິດວ່າ ເລກ ສຳຄັນຫຼາຍ, ແຕ່ ການເຕັ້ນ ກໍ່ສຳຄັນຄືກັນ. ເດັກນ້ອຍເຕັ້ນຢູ່ຕະຫຼອດເວລາ ຖ້າເຂົາໄດ້ຮັບອະນຸຍາດ, ພວກເຮົາທຸກຄົນຄືກັນ. ເຮົາຕ່າງກໍ່ມີຮ່າງກາຍ, ບໍ່ແມ່ນບໍ? ຂ້າພະເຈົ້າໄດ້ຂາດກອງປະຊຸມອັນໃດອັນໜຶ່ງບໍ? (ຫົວ) ຄວາມຈິງແລ້ວ ສິ່ງທີ່ເກີດຂຶ້ນແມ່ນ ເມື່ອເດັກໃຫຍ່ຂຶ້ນ, ພວກເຮົາເລີ່ມສຶກສາພວກເຂົາ ຈາກແອວຂຶ້ນໄປເລື້ອຍໆ. ແລະ ບາດແລ້ວເຮົາກໍ່ສຸມໃສ່ແຕ່ຫົວຂອງເຂົາ. ແລະ ກໍ່ອຽງໄປຫາຂ້າງດຽວ. ຖ້າທ່ານຫາກຊິໄປຢ້ຽມການສຶກສາ, ໃນຖານະຂອງມະນຸດຕ່າງດາວ, ແລະ ເວົ້າວ່າ “ມັນແມ່ນສຳລັບຫຍັງ, ອັນການສຶກສານີ້ນ່າ?” ຂ້າພະເຈົ້າຄິດວ່າທ່ານຄືຊິຕ້ອງສະຫຼຸບ - ຖ້າທ່ານເບິ່ງຈາກຜົນໄດ້ຮັບ, ຈາກຄົນທີ່ປະສົບຜົນສຳເລັດຈາກລະບົບນີ້, ຈາກຄົນທີ່ເຮັດທຸກສິ່ງທີ່ເຂົາຄວນເຮັດ, ຈາກຄົນທີ່ໄດ້ຄະແນນດີ, ຄົນທີ່ເປັນຜູ້ຊະນະ - ຂ້າພະເຈົ້າຄິດວ່າທ່ານຄືຊິສະຫຼຸບວ່າຈຸດປະສົງທັງໝົດທັງມວນຂອງການສຶກສາ ໃນທົ່ວໂລກ ແມ່ນເພື່ອຜະລິດສາດສະດາຈານມະຫາວິທະຍາໄລ. ບໍ່ແມ່ນບໍ? ພວກເຂົາແມ່ນຄົນທີ່ອອກມາຢູ່ໃນຫົວແຖວ. ແລະ ຂ້າພະເຈົ້າກໍ່ເຄີຍເປັນສາດສະດາຈານ, ສະນັ້ນ ເຫັນບໍ່. (ຫົວ) ແລະ ຂ້າພະເຈົ້າກໍ່ມັກສາດສະດາຈານມະຫາວິທະຍາໄລ, ແຕ່ທ່ານຮູ້ບໍ່, ເຮົາບໍ່ຄວນຖືເຂົາເຈົ້າເປັນຕົວຢ່າງອັນສູງຂອງຜົນສຳເລັດຂອງມະນຸດຊາດ. ພວກເຂົາເປັນພຽງແຕ່ຮູບຮ່າງຊີວະສາດອັນໜຶ່ງ, ຊີວິດຮູບລັກໜຶ່ງ. ແຕ່ພວກເຂົາກໍ່ເປັນຕາສະຫງົນ, ແລະ ຂ້າພະເຈົ້າເວົ້າສິ່ງນີ້ຈາກຄວາມຮູ້ສຶກຕໍ່ພວກເຂົາແທ້ໆ. ມັນມີຫຍັງແປກໆກ່ຽວກັບສາດສະດາຈານ ຕາມປະສົບການຂອງຂ້າພະເຈົ້ານ່ະ - ບໍ່ແມ່ນໝົດທຸກຄົນດອກ, ແຕ່ຕາມແບບແລ້ວ - ເຂົາເຈົ້າອາໄສຢູ່ໃນຫົວຂອງເຂົາເອງ. ພວກເຂົາອາໄສຢູ່ເທິງພຸ້ນ, ແລະ ມໍ່ໄປທາງຂ້າງໜຶ່ງ. ພວກເຂົາແຍກອອກຈາກຮ່າງໄດ້, ທ່ານຄິດອອກບໍ່, ເກືອບຊິວ່າແນວນັ້ນພຸ້ນລະ. ພວກເຂົາມອງເບິ່ງຮ່າງກາຍຂອງເຂົາ ເປັນຄືເຄື່ອງມືໃນການເດີນທາງອັນໜຶ່ງສຳລັບຫົວຂອງພວກເຂົາ. ບໍ່ແມ່ນຫວາ?​ (ຫົວ) ມັນເປັນວິທີໜຶ່ງໃນການພາຫົວຂອງພວກເຂົາໄປປະຊຸມ. ຖ້າທ່ານຢາກໄດ້ຫຼັກຖານຕົວຈິງຂອງປະສົບການແຍກອອກຈາກຮ່າງ, ແລ້ວ, ທ່ານລອງໄປເບິ່ງກອງປະຊຸມສຳມະນາໃກ້ຊິດ ຂອງບັນດາສາດສະດາຈານອາວຸໂສ, ແລ້ວ ແວ່ເຂົ້າໄປເບິ່ງດີສໂກ້ເທັກ ໃນຄືນສຸດທ້າຍຂອງການສຳມະນາ. (ຫົວ) ແລ້ວ ທ່ານຊິເຫັນ - ຜູ້ໃຫຍ່ ທັງ ຊາຍ ແລະ ຍິງ ທີ່ກຳລັງສັ່ນແຂນຂາແບບບັງຄັບບໍ່ໄດ້, ອອກຈັງຫວະດົນຕີ, ລໍຖ້າໃຫ້ມັນຈົບຄືນເພື່ອຊິໄດ້ເອົາໄປຂຽນເປັນບົດ. ບາດນີ້ ລະບົບການສຶກສາຂອງພວກເຮົາແມ່ນໄດ້ຢືນຢູ່ບົນພື້ນຖານຂອງແນວຄວາມຄິດຂອງຄວາມສາມາດທາງວິຊາການ. ແລະ ມັນກໍ່ມີເຫດຜົນ. ລະບົບທັງໝົດແມ່ນໄດ້ຖືກສ້າງຂຶ້ນ - ໃນທົ່ວໂລກ, ແຕ່ກ່ອນ ບໍ່ມີລະບົບການສຶກສາສຳລັບມວນຊົນ, ເວົ້າແທ້, ກ່ອນສັດຕະວັດທີ 19. ມັນກາຍມາເປັນຮູບເປັນຮ່າງ ເພື່ອສະໜອງໃຫ້ກັບຄວາມຕ້ອງການຂອງລັດທິອຸດສາຫະກຳ. ສະນັ້ນ ລຳດັບຊັ້ນທີ່ໄດ້ກ່າວມາ ກໍ່ມີຮາກຖານມາຈາກແນວຄວາມຄິດສອງຢ່າງ. ອັນທີໜຶ່ງ, ແມ່ນວິຊາທີ່ເປັນປະໂຫຍດທີ່ສຸດສຳລັບການເຮັດວຽກ ແມ່ນຢູ່ສູງສຸດ. ສະນັ້ນ ທ່ານຄົງຈະໄດ້ຖືກຈູງອອກໃຫ້ຫ່າງຈາກ ສິ່ງໃນໂຮງຮຽນໃນຕອນທີ່ທ່ານຍັງນ້ອຍ, ສິ່ງທີ່ທ່ານມັກ, ບົນພື້ນຖານທີ່ວ່າທ່ານຈະ ບໍ່ມີມື້ໄດ້ວຽກຍ້ອນການເຮັດສິ່ງນັ້ນ. ແມ່ນບໍ? ບໍ່ຕ້ອງຮຽນດົນຕີ, ເຈົ້າຈະບໍ່ໄດ້ເປັນນັກດົນຕີດອກ; ບໍ່ຕ້ອງຮຽນແຕ້ມ, ເຈົ້າຊິບໍ່ໄດ້ເປັນນັກແຕ້ມດອກ. ຄຳແນະນຳທີ່ຫວັງດີ - ບາດນີ້, ເປັນສິ່ງຜິດພາດຢ່າງຍິ່ງ. ໂລກໜ່ວຍນີ້ ຖືກຄອບຄຸມດ້ວຍການປະຕິວັດ. ແລະ ອັນທີສອງ ແມ່ນຄວາມສາມາດທາງວິຊາການ, ເຊິ່ງໄດ້ກາຍມາຄອບງຳ ມຸມມອງຂອງເຮົາຕໍ່ກັບຄວາມສະຫຼາດ, ເພາະວ່າມະຫາວິທະຍາໄລ ໄດ້ອອກແບບລະບົບທີ່ສະທ້ອນຮູບລັກຂອງມັນເອງ. ຖ້າທ່ານຄິດເບິ່ງ, ລະບົບທັງໝົດ ຂອງການສຶກສາມວນຊົນທົ່ວໂລກແມ່ນຂະບວນການຂະຫຍາຍຕົວ ຂອງການເຂົ້າມະຫາວິທະຍາໄລ. ແລະ ຜົນໄດ້ຮັບກໍ່ແມ່ນວ່າຫຼາຍຄົນທີ່ມີແວວສູງ, ຫຼັກແຫຼມ, ສ້າງສັນ ຄິດວ່າເຂົາເຈົ້າບໍ່ໄດ້ເປັນແນວນັ້ນ, ຍ້ອນວ່າສິ່ງທີ່ເຂົາເກ່ງຢູ່ໃນໂຮງຮຽນ ບໍ່ໄດ້ມີຄ່າ, ຫຼື ເປັນສິ່ງທີ່ຖືກປະນາມ. ແລະ ຂ້າພະເຈົ້າຄິດວ່າພວກເຮົາບໍ່ສາມາດສືບຕໍ່ໄປໃນທາງນີ້ໄດ້ອີກ. ໃນ 30 ປີ ຕໍ່ໜ້າ, ອີງຕາມອົງການ UNESCO, ຈະມີຄົນທົ່ວໂລກທີ່ຈະຈົບ ຈາກການສຶກສາຫຼາຍກວ່າທີ່ເຄີຍມີມາໃນປະຫວັດສາດ. ຫຼາຍຄົນ, ແລະ ມັນກໍ່ແມ່ນສ່ວນປະກອບ ຂອງທຸກສິ່ງທີ່ເຮົາໄດ້ເວົ້າກັນມາ - ເຕັກໂນໂລຢິ ແລະ ຜົນການປ່ຽນແປງຂອງມັນ ຕໍ່ກັບການເຮັດວຽກ, ແລະ ການສຶກສາກ່ຽວກັບປະຊາກອນ ແລະ ການຂະຫຍາຍຕົວອັນໄວວາຂອງປະຊາກອນ. ທັນໃດ, ໃບປະກາດບໍ່ໄດ້ມີຄ່າຫຍັງໝົດອີກ. ບໍ່ແມ່ນບໍ? ຕອນທີ່່ຂ້າພະເຈົ້າເປັນນັກສຶກສາ, ຖ້າເຈົ້າໄດ້ໃບປະກາດ, ເຈົ້າໄດ້ວຽກ. ຖ້າເຈົ້າບໍ່ມີວຽກ ມັນແມ່ນຍ້ອນວ່າເຈົ້າບໍ່ຢາກໄດ້. ແລະ ຂ້າພະເຈົ້າກໍ່ບໍ່ໄດ້ຢາກໄດ້ວຽກດອກ, ເວົ້າແທ້. (ຫົວ) ແຕ່ດຽວນີ້ ເດັກທີ່ມີໃບປະກາດສ່ວນຫຼາຍ ກັບເມືອເຮືອນເພື່ອໄປສືບຕໍ່ຫຼິ້ນ ວີດີໂອ ເກມ, ເພາະວ່າເຈົ້າຕ້ອງໄດ້ປະລິນຍາໂທເພື່ອເຮັດວຽກທີ່ແຕ່ກ່ອນຕ້ອງການແຕ່ປະລິນຍາຕີ, ແລະ ດຽວນີ້ເຈົ້າກໍ່ຕ້ອງໄດ້ມີປະລິນຍາເອກເພື່ອເຮັດວຽກຂອງໂທ. ມັນແມ່ນຂະບວນການຂອງ ວິຊາການເຟີ້. ແລະ ມັນບົ່ງບອກເຖິງໂຄງສ້າງຂອງການສຶກສາທັງໝົດ ທີ່ກຳລັງເຄື່ອນຍ້າຍພາຍໃຕ້ແຕ່ລະບາດກ້າວຂອງເຮົາ. ພວກເຮົາຕ້ອງໄດ້ຄິດໃໝ່ກ່ຽວກັບພື້ນຖານ ຂອງມຸມມອງຂອງເຮົາກ່ຽວກັບຄວາມສະຫຼາດ. ພວກເຮົາຮູ້ຢູ່ ສາມ ຢ່າງ ກ່ຽວກັບຄວາມສະຫຼາດ. ອັນທີໜຶ່ງ, ມັນຫຼາກຫຼາຍ. ເຮົາຄິດກ່ຽວກັບໂລກນີ້ໃນທາງ ທີ່ພວກເຮົາໄດ້ປະສົບກັບມັນ. ເຮົາຄິດເປັນພາບ, ເຮົາຄິດເປັນສຽງ, ເຮົາຄິດແບບເປີດຮັບ. ເຮົາຄິດແບບນາມມະທຳ, ເຮົາຄິດແບບເຄື່ອນໄຫວ. ອັນທີສອງ, ຄວາມສະຫຼາດມີການເຄື່ອນທີ່. ຖ້າພວກທ່ານເບິ່ງຈາກການພົວພັນຂອງສະໝອງຂອງຄົນ, ດັ່ງທີ່ເຮົາໄດ້ຍິນ ມື້ວານນີ້ ຈາກບົດສະເໜີຫຼາຍບົດ, ຄວາມສະຫຼາດ ແມ່ນມີການພົວພັນແລກປ່ຽນກັນຢ່າງມະຫັດສະຈັນ. ສະໝອງບໍ່ໄດ້ຖືກແບ່ງອອກເປັນຫ້ອງ. ອັນທີ່ຈິງ, ຄວາມຄິດສ້າງສັນ - ເຊິ່ງຂ້າພະເຈົ້ານິຍາມວ່າເປັນຂະບວນການ ຂອງການມີແນວຄວາມຄິດທີ່ເປັນເອກກະລັກ ທີ່ມີຄ່າ - ສ່ວນຫຼາຍໄດ້ມາຈາກການພົວພັນແລກປ່ຽນ ລະຫວ່າງການສັງເກດສິ່ງຕ່າງໆດ້ວຍຫຼັກວິທີການຫຼາຍແບບທີ່ແຕກຕ່າງກັນ.​ ສະໝອງແມ່ນມີເຈດຕະນາ - ອີກປະການໜຶ່ງ, ມີເສັ້ນປະສາດສາຍໜຶ່ງທີ່ເຊື່ອມຕໍ່ສະໝອງທັງສອງຂ້າງ ເອີ້ນວ່າ ຄໍປັສ ຄາລອສຊຳ. ສິ່ງນີ້ຈະມີຄວາມໜາ ກວ່າໃນສະໝອງຂອງແມ່ຍິງ. ສືບຕໍ່ຈາກ ເຮເລັນ ມື້ວານນີ້, ຂ້າພະເຈົ້າຄິດວ່າ ສິ່ງນີ້ອາດແມ່ນເຫດຜົນທີ່ແມ່ຍິງເກ່ງກວ່າໃນການເຮັດວຽກຫຼາຍອັນພ້ອມກັນ. ເພາະວ່າພວກທ່ານເກ່ງກວ່າແທ້, ບໍ່ແມ່ນບໍ? ມີການຄົ້ນຄວ້າເປັນແພ, ແຕ່ຂ້າພະເຈົ້າຮູ້ຈາກປະສົບການຊີວິດສ່ວນຕົວ. ຖ້າເມຍຂ້າພະເຈົ້າຫາກກຳລັງແຕ່ງກິນຢູ່ເຮືອນ - ເຊິ່ງໄຄແຕ່ ບໍ່ເລື້ອຍປານໃດ. (ຫົວ) ແຕ່ທ່ານກໍ່ຮູ້, ລາວກຳລັງເຮັດ - ບໍ່ແມ່ນ, ລາວເຮັດໄດ້ດີໃນບາງສິ່ງ - ແຕ່ຖ້າລາວກຳລັງເຮັດກິນ, ຫັ້ນລະ,​ ແມ່ນ ລາວກຳລັງລົມໂທລະສັບນຳ, ລາວກຳລັງລົມກັບລູກນຳ, ລາວກຳລັງທາສີເພດານເຮືອນນຳ, ລາວກຳລັງປາດຫົວໃຈນຳ. ຖ້າແມ່ນຂ້າພະເຈົ້າເຮັດກິນ, ປະຕູຕ້ອງປິດ, ລູກຕ້ອງຢູ່ນອກ, ໂທລະສັບແມ່ນແຂວນໄວ້ຢູ່ບ່ອນຂອງມັນ, ຖ້າລາວເຂົ້າມາຂ້າພະເຈົ້າຈະອາລົມເສຍ. ຂ້າພະເຈົ້າຈະເວົ້າວ່າ, “ເທີຣີ່, ຂໍຮ້ອງ, ຂ້ອຍກຳລັງຈືນໄຂ່ຢູ່ໃນໜີ້. ໃຫ້ເວລາຂ້ອຍແດ່.” (ຫົວ) ອັນທີ່ຈິງ, ທ່ານຮູ້ສຳນວນປັດຊະຍາເກົ່າອັນໜຶ່ງບໍ່, ຖ້າຕົ້ນໄມ້ລົ້ມໃນປ່າ ແລະ ບໍ່ມີໃຜໄດ້ຍິນ, ແມ່ນມັນໄດ້ເກີດຂຶ້ນແທ້ບໍ? ຈື່ຕົ້ນຖົ່ວຕົ້ນນັ້ນໄດ້ບໍ? ຂ້າພະເຈົ້າໄດ້ເຫັນເສື້ອຢືດຄັກໆອັນໜຶ່ງໃນມໍ່ໆນີ້ ທີ່ຂຽນວ່າ, “ຖ້າຊາຍຜູ້ໜຶ່ງຫາກເວົ້າຄວາມຄິດແທ້ໆຂອງລາວ ຢູ່ໃນປ່າ, ແລະ ບໍ່ມີແມ່ຍິງຄົນໃດໄດ້ຍິນລາວ, ລາວກໍ່ຍັງຈະຜິດບໍ?” (ຫົວ) ແລະ ອັນທີສາມ ກ່ຽວກັບຄວາມສະຫຼາດ ແມ່ນ, ມັນແຕກຕ່າງ. ຂ້າພະເຈົ້າກຳລັງຂຽນປຶ້ມເຫຼັ້ມໃໝ່ຢູ່ດຽວນີ້ ເອີ້ນວ່າ “ການປາກົດຕົວ,” ເຊິ່ງອີງໃສ່ຫຼາຍຊຸດຂອງ ການສຳພາດຄົນກ່ຽວກັບການຄົ້ນພົບ ພອນສະຫວັນຂອງເຂົາ. ຂ້າພະເຈົ້າຕິດໃຈກ່ຽວກັບວ່າຄົນເຮົາໄປຮອດຈຸດນັ້ນໄດ້ແນວໃດ. ມັນເກີດມາຈາກບົດສົນທະນາອັນໜຶ່ງຂອງຂ້າພະເຈົ້າ ກັບແມ່ຍິງທີ່ໜ້າອັດສະຈັນຜູ້ໜຶ່ງ ເຊິ່ງບາງທີຄົນສ່ວນຫຼາຍ ອາດຈະບໍ່ເຄີຍໄດ້ຍິນ, ລາວຊື່ ກີລຽນ ລິນ, ທ່ານເຄີຍໄດ້ຍິນກ່ຽວກັບລາວບໍ? ບາງຄົນເຄີຍໄດ້ຍິນເນາະ. ລາວເປັນນັກອອກແບບທ່າເຕັ້ນ ແລະ ໝົດທຸກຄົນຮູ້ຜົນງານຂອງລາວ.​ ລາວໄດ້ເຮັດ “Cats,” ແລະ “Phanthom of the Opera.” ລາວເກ່ງ. ຂ້າພະເຈົ້າເຄີຍເປັນໜຶ່ງໃນຄະນະກຳມະການຂອງ Royal Ballet, ໃນອັງກິດ, ດັ່ງທີ່ທ່ານເຫັນ. ຈັ່ງໃດກໍ່ຢ່າ, ກີລຽນ ແລະ ຂ້າພະເຈົ້າໄດ້ຮ່ວມກິນເຂົ້າທ່ຽງໃນມື້ໜຶງ ແລະ ຂ້າພະເຈົ້າໄດ້ເວົ້າວ່າ, “ກີລຽນ, ເຮັດແນວໃດເຈົ້າຈິ່ງໄດ້ເປັນນັກເຕັ້ນ?” ແລະ ລາວໄດ້ບອກວ່າ ມັນກໍ່ເປັນຕາສົນໃຈຢູ່, ໃນຕອນທີ່ລາວຍັງເຂົ້າໂຮງຮຽນຢູ່ນັ້ນ, ລາວບໍ່ມີຫວັງເລີຍ. ແລະທາງໂຮງຮຽນ, ໃນຊຸມປີ 30 ໄດ້ຂຽນເຖິງພໍ່ແມ່ຂອງລາວວ່າ, “ທາງເຮົາຄິດວ່າ ກີລຽນ ມີປັນຫາດ້ານການຮັບຮູ້.” ລາວບໍ່ສາມາດຕັ້ງສະມາທິ, ລາວຢູ່ບໍ່ສະຫງົບ. ຂ້າພະເຈົ້າຄິດວ່າປະຈຸບັນນີ້ເຂົາຄືຊິເວົ້າວ່າ ລາວເປັນພະຍາດສະມາທິສັ້ນ. ທ່ານບໍ່ຄິດບໍ? ແຕ່ຕອນນັ້ນຍັງແມ່ນຊຸມປີ 1930, ແລະ ພະຍາດສະມາທິສັ້ນ ກໍ່ຍັງບໍ່ທັນໄດ້ຖືກສ້າງຂຶ້ນມາເທື່ອ. ມັນຍັງເປັນພະຍາດທີ່ບໍ່ສາມາດມີໄດ້ເທື່ອ. (ຫົວ) ຄົນເຮົາບໍ່ໄດ້ຮູ້ວ່າພວກເຂົາສາມາດເປັນພະຍາດນີ້ໄດ້. ຈັ່ງໃດກໍ່ຢ່າ, ລາວໄດ້ໄປຫາຊ່ຽວຊານຜູ້ໜຶ່ງ. ໃນຫ້ອງທີ່ເຮັດດ້ວຍໄມ້ໂອ໋ກ, ແລະ ແມ່ຂອງລາວກໍ່ໄດ້ໄປນຳ, ແລະ ລາວກໍ່ຖືກພາໄປນັ່ງຢູ່ຕັ່ງທີ່ຢູ່ແຈສຸດ, ແລະ ລາວກໍ່ໄດ້ນັ່ງຢອງມືຂອງລາວເປັນເວລາ 20 ນາທີ ໃນຂະໜະທີ່ ຊາຍຜູ້ໜຶ່ງໄດ້ລົມກັບແມ່ຂອງລາວກ່ຽວກັບ ປັນຫາທັງໝົດທີ່ ກີລຽນ ມີຢູ່ໃນໂຮງຮຽນ. ແລະ ໃນຕອນທ້າຍ - ຍ້ອນວ່າລາວໄດ້ລົບກວນຄົນອື່ນ, ວຽກບ້ານຂອງລາວແມ່ນໄດ້ສົ່ງຊ້າຕະຫຼອດ, ແລະ ອື່ນໆ, ເດັກນ້ອຍອາຍຸ ແປດ ປີ - ສຸດທ້າຍ, ທ່ານໝໍ ໄດ້ ຍ່າງໄປນັ່ງລົງ ຂ້າງ ກີລຽນ ແລະ ເວົ້າວ່າ, “ກີລຽນ, ຂ້ອຍໄດ້ຟັງທຸກຢ່າງທີ່ແມ່ເຈົ້າ ໄດ້ບອກຂ້ອຍແລ້ວ, ແລະ ຂ້ອຍຕ້ອງໄດ້ເວົ້ານຳລາວເປັນການສ່ວນຕົວ.” ລາວໄດ້ເວົ້າວ່າ, “ລໍຖ້າຢູ່ໜີ້ເດີ້, ຈັກໜ້ອຍພວກເຮົາຊິກັບມາ, ບໍ່ດົນດອກ.” ແລະ ພວກເຂົາກໍ່ໄດ້ອອກໄປ ແລະ ປະລາວໄວ້ຜູ້ດຽວ. ແລະ ກ່ອນທີ່ທັງສອງຈະອອກຈາກຫ້ອງ, ຜູ້ຊ່ຽວຊານໄດ້ເປີດວິທະຍຸ ເຊິ່ງຢູ່ໜ້າໂຕະຂອງລາວປະໄວ້. ແລະ ເມື່ອພວກເພິ່ນ ໄດ້ອອກໄປຈາກຫ້ອງ, ຊ່ຽວຊານໄດ້ບອກແມ່ຂອງລາວວ່າ, “ຢືນເບິ່ງລາວຢູ່ໜີ້ເດີ້.” ແລະ ໃນນາທີທີ່ພວກເພິ່ນໄດ້ອອກຈາກຫ້ອງ, ລາວໄດ້ບອກຂ້ອຍວ່າ, ລາວໄດ້ລຸກຂຶ້ນ, ເຄື່ອນຍ້າຍໄປຕາມສຽງດົນຕີ. ແລະ ພວກເພິ່ນກໍ່ໄດ້ເບິ່ງຢູ່ສາມສີ່ນາທີ ແລະ ຊ່ຽວຊານກໍ່ໄດ້ຫັນຫາແມ່ລາວ ແລະ ເວ້ົາວ່າ, “ມາດາມ ລິນ, ກີລຽນ ບໍ່ໄດ້ປ່ວຍດອກ, ລາວເປັນນັກເຕັ້ນ. ພາລາວໄປເຂົ້າໂຮງຮຽນເຕັ້ນສາ.” ຂ້າພະເຈົ້າໄດ້ຖາມວ່າ, “ແລ້ວເກີດຫຍັງຂຶ້ນ?” ລາວໄດ້ເວົ້າວ່າ, “ແມ່ຂ້ອຍກໍ່ເຮັດຕາມ. ຂ້ອຍບອກເຈົ້າໄດ້ເລີຍວ່າມັນວິເສດຂະໜາດໃດ. ເຮົາຍ່າງເຂົ້າໄປໃນຫ້ອງໜຶ່ງ ແລະ ມັນກໍ່ເຕັມໄປດ້ວຍ ຄົນຄືຂ້ອຍ. ຄົນທີ່ບໍ່ສາມາດນັ່ງຢູ່ຊື່ໆໄດ້. ຄົນທີ່ຕ້ອງເຄື່ອນໄຫວຈິ່ງຈະຄິດໄດ້.” ຄົນທີ່ຕ້ອງເຄື່ອນໄຫວຈິ່ງຈະຄິດໄດ້. ພວກເຂົາໄດ້ຮຽນ ບາເລ, ພວກເຂົາໄດ້ຮຽນ ແທ໋ບ, ພວກເຂົາໄດ້ຮຽນ ແຈັສ, ພວກເຂົາຮຽນດົນຕີສະໄໝໃໝ່, ພວກເຂົາໄດ້ຮຽນດົນຕີຮ່ວມສະໄໝ. ໃນທີ່ສຸດລາວກໍ່ໄດ້ເສັງເຂົ້າໂຮງຮຽນ Royal Ballet, ລາວໄດ້ກາຍເປັນຜູ້ບັນເລງດ່ຽວ, ລາວໄດ້ມີອາຊີບທີ່ໜ້າອັດສະຈັນ ທີ່ໂຮງຮຽນ Royal Ballet. ໃນທີ່ສຸດລາວກໍ່ຮຽນຈົບ ຈາກໂຮງຮຽນ Royal Ballet ແລະ ໄດ້ຕັ້ງບໍລິສັດຂອງຕົນເອງ - ບໍລິສັດ ກີລຽນ ລິນ ແດ໋ນສ - ໄດ້ພົບກັບ ແອນດຣິວ ລອຍ ເວັບເບີ. ລາວໄດ້ຮັບຜິດຊອບ ງານສະແດງດົນຕີທີ່ປະສົບຜົນສຳເລັດຫຼາຍອັນ ໃນປະຫວັດສາດ, ລາວໄດ້ມອບຄວາມສຸກໃຫ້ກັບຄົນຫຼາຍລ້ານ, ແລະ ລາວກໍ່ແມ່ນມະຫາເສດຖີເງິນຫຼາຍລ້ານ. ຄົນອື່ນ ອາດຈະໄດ້ຈັບລາວກິນຢາ ແລະ ບອກໃຫ້ລາວ ສະຫງົບລົງ. ບາດນີ້, ຂ້າພະເຈົ້າຄິດວ່າ ... (ຕົບມື) ສິ່ງທີ່ຂ້າພະເຈົ້າຄິດ ມັນກາຍມາເປັນສິ່ງນີ້: ອາລ ກໍ ໄດ້ກ່າວໃນຄືນກ່ອນ ກ່ຽວກັບລະບົບນິເວດ, ແລະ ການປະຕິວັດທີ່ໄດ້ຖືກກະຕຸ້ນໂດຍ ຣາແຊລ ຄາສັນ. ຂ້າພະເຈົ້າເຊື່ອວ່າຄວາມຫວັງອັນດຽວຂອງພວກເຮົາຕໍ່ອະນາຄົດ ແມ່ນການຮັບເອົາແນວຄວາມຄິດຂອງລະບົບນິເວດຂອງຄົນ, ອັນທີ່ຄົນເຮົາເລີ່ມສ້າງແນວຄວາມຄິດຂອງພວກເຮົາໃໝ່ ທີ່ກ່ຽວພັນກັບຄວາມອຸດົມຮັ່ງມີຂອງສະມັດຖະພາບຂອງຄົນ. ລະບົບການສຶກສາຂອງເຮົາໄດ້ຂຸດແນວຄິດຂອງຄົນໃນແບບ ທີ່ເຮົາຂຸດຄົ້ນເອົາຊັບສົມບັດຈາກພື້ນໂລກ: ເພື່ອວັດຖຸສະເພາະອັນດຽວ. ແລະ ໃນອະນາຄົດ, ມັນຈະບໍ່ໃຫ້ປະໂຫຍດກັບເຮົາ. ພວກເຮົາຕ້ອງຄິດຄືນໃໝ່ເຖິງຫຼັກທຳພື້ນຖານ ທີ່ເຮົາອີງໃສ່ເພື່ອສຶກສາລູກຫຼານຂອງເຮົາ. ມີ ຄຳເວົ້າທີ່ວິເສດອັນໜຶ່ງ ໂດຍ ໂຈນາສ ຊອກ, ຜູ້ທີ່ໄດ້ເວົ້າວ່າ, “ຖ້າແມງໄມ້ທັງໝົດ ຫາກຈະຫາຍໄປຈາກໂລກນີ້, ພາຍໃນ 50 ປີ ສິ່ງມີຊີວິດທັງໝົດໃນໂລກນີ້ຄົງຈະຈົບລົງ. ຖ້າຄົນທັງໝົດຫາກຫາຍໄປຈາກໂລກນີ້, ພາຍໃນ 50 ປີ ສິ່ງມີຊີວິດທັງໝົດຈະເຕີບໃຫຍ່ຂະຫຍາຍຕົວຂຶ້ນ.” ແລະ ລາວກໍ່ເວົ້າຖືກ. ສິ່ງທີ່ TED ຍົກຍ້ອງແມ່ນພອນສະຫວັນຂອງຈິນຕະນາການຂອງຄົນ. ພວກເຮົາຕ້ອງລະວັງໃນຕອນທີ່ເຮົານຳໃຊ້ພອນສະຫວັນອັນນີ້ ໃຫ້ຫຼັກແຫຼມ, ແລະ ກໍ່ຕ້ອງຫຼີກລ່ຽງສະຖານະການ ສະຖານະການທີ່ໄດ້ກ່າວມາແລ້ວ. ແລະ ທາງດຽວທີ່ ພວກເຮົາຈະສາມາດເຮັດແນວນັ້ນໄດ້ ແມ່ນດ້ວຍການຕິດຕາມເບິ່ງສະມັດຖະນະຂອງຄວາມຄິດສ້າງສັນຂອງເຮົາ ເພື່ອຄວາມອຸດົມຮັ່ງມີທີ່ເຮົາເປັນ, ແລະ ເບິ່ງ ລູກຫຼານຂອງເຮົາເພື່ອຄວາມຫວັງທີ່ພວກເຂົາເປັນ. ແລະ ໜ້າທີ່ຂອງເຮົາ ແມ່ນການສຶກສາສິ່ງທີ່ເປັນພວກເຂົາທັງໝົດ, ເພື່ອວ່າພວກເຂົາຈະສາມາດປະເຊີນກັບອະນາຄົດອັນນີ້. ເຊິ່ງພວກເຮົາອາດຈະບໍ່ໄດ້ເຫັນອະນາຄົດອັນນີ້ກໍ່ມີ, ແຕ່ພວກເຂົາຊິໄດ້ເຫັນ. ແລະ ວຽກຂອງເຮົາແມ່ນຊ່ວຍ ພວກເຂົາໃຫ້ສ້າງສິ່ງໃດສິ່ງໜຶ່ງຈາກມັນໄດ້. ຂອບໃຈຫຼາຍໆ. ສະນັ້ນ, ທ່ານຍິງ ແລະທ່ານຊາຍ, ທີ່ TED ພວກເຮົາເວົ້າຫຼາຍກ່ຽວກັບຄວາມເປັນຜູ້ນຳ ແລະການສ້າງກະແສ. ສະນັ້ນ ລອງມາເບິ່ງການສ້າງກະແສອັນໜຶ່ງເນາະ, ຕັ້ງແຕ່ຕົ້ນຈົນຈົບເລີຍ, ພາຍໃນເວລາບໍ່ຮອດ 3 ນາທີ ແລ້ວຖອນເອົາບົດຮຽນຈາກຕົວຢ່າງນີ້. ກ່ອນອື່ນໝົດ, ແນ່ນອນວ່າທ່ານຮູ້, ວ່າຜູ້ນຳຕ້ອງມີຄວາມກ້າ ທີ່ຈະໂດດເດັ່ນ ແລະເປັນໂຕຕາຫຼົກ. ແຕ່ສິ່ງທີ່ລາວກຳລັງເຮັດເປັນສິ່ງທີ່ເຮັດຕາມງ່າຍ. ສະນັ້ນ ນີ້ແມ່ນຜູ້ຕາມຄົນທຳອິດຂອງລາວ ທີ່ມີບົດບາດສຳຄັນ; ລາວຈະສະແດງໃຫ້ຄົນອື່ນເຫັນວ່າຄວນຕາມແນວໃດ. ບາດນີ້, ສັງເກດເບິ່ງ ວ່າຜູ້ນຳນັ້ນ ໄດ້ໂອບຮັບເອົາລາວຢ່າງເທົ່າທຽມ. ສະນັ້ນ, ບາດນີ້ ມັນຈິ່ງບໍ່ກ່ຽວກັບຜູ້ນຳອີກແລ້ວ; ມັນກ່ຽວກັບພວກເຂົາ, ຈຳນວນຫຼາຍ. ບາດນີ້, ຫັ້ນເດ ລາວເອີ້ນເອົາໝູ່ລາວມາອີກ. ບາດນີ້, ຖ້າທ່ານສັງເກດ ຈະເຫັນວ່າຜູ້ຕາມຄົນທຳອິດ ແມ່ນຮູບແບບຂອງການເປັນຜູ້ນຳໃນຕົວມັນເອງທີ່ຖືກເບິ່ງຂ້າມ. ມັນຕ້ອງໃຊ້ຄວາມກ້າໃນການທີ່ຈະຢືນຂຶ້ນຈັ່ງຊັ້ນ. ຜູ້ຕາມຄົນທີອິດແມ່ນສິ່ງທີ່ປ່ຽນ ຄົນບ້າຄົນໜຶ່ງໃຫ້ກາຍເປັນຜູ້ນຳ. (ຫົວ) (ຕົບມື) ຫັ້ນເດ ມາລະ ຜູ້ຕາມຄົນທີສອງ. ບາດນີ້ບໍ່ແມ່ນຄົນບ້າຜູ້ດຽວລະ, ບໍ່ແມ່ນຄົນບ້າ 2 ຄົນລະ - 3 ຖືເປັນກຸ່ມໄດ້ລະ, ແລະເມື່ອເປັນກຸ່ມກໍ່ເປັນຂ່າວໄດ້. ສະນັ້ນ ກະແສຕ້ອງເປັນສິ່ງສາທາລະນະ. ສິ່ງສຳຄັນແມ່ນການເປີດເຜີຍ ບໍ່ແມ່ນເພື່ອເປີດເຜີຍຜູ້ນຳ, ແຕ່ແມ່ນຜູ້ຕາມ ເພາະທ່ານຈະເຫັນວ່າຜູ້ຕາມຄົນໃໝ່ ຈະຮຽນແບບຜູ້ຕາມຄົນກ່ອນ, ບໍ່ແມ່ນຈາກຜູ້ນຳ. ບາດນີ້, ອີກ 2 ຄົນມາລະເດ, ແລະຕໍ່ມາທັນທີ, ອີກ 3 ຄົນ. ບາດນີ້ເຮົາໄດ້ການເຄື່ອນໄຫວລະ. ນີ້ແມ່ນຈຸດປ່ຽນ. ບາດນີ້ເຮົາໄດ້ກະແສລະ. ສະນັ້ນ, ສັງເກດເບິ່ງເນາະ, ເມື່ອຫຼາຍຄົນເຂົ້າຮ່ວມ, ມັນຈະສ່ຽງໜ້ອຍກວ່າ. ສະນັ້ນ ຜູ້ທີ່ຍັງຕັດສິນໃຈບໍ່ໄດ້ກ່ອນໜ້ານີ້, ບາດນີ້ບໍ່ມີເຫດຜົນທີ່ຈະບໍ່ຮ່ວມແລ້ວ. ເຂົາຈະບໍ່ເປັນຈຸດເດັ່ນ, ເຂົາຈະບໍ່ຖືກຫົວຂວັນ, ແຕ່ເຂົາຈະເປັນສ່ວນໜຶ່ງຂອງກຸ່ມທີ່ນຳໜ້າ ຖ້າເຂົາຟ້າວ. (ຫົວ) ສະນັ້ນ, ໃນນາທີຕໍ່ໜ້າ, ທ່ານຈະເຫັນຄົນທີ່ມັກຈະຈັບຢູ່ກັບກຸ່ມກ້ອນເຂົ້າມາຮ່ວມ ເພາະໃນທີ່ສຸດ ພວກເຂົາຈະເປັນຕົວຕາຫຼົກ ຖ້າພວກເຂົາບໍ່ເຂົ້າມາຮ່ວມ. ແລະນັ້ນກໍ່ແມ່ນວິທີສ້າງກະແສ. ແຕ່ເຮົາມາສະຫຼຸບຄືນບົດຮຽນຈາກຕົວຢ່າງນີ້. ສະນັ້ນ ກ່ອນອື່ນໝົດ, ຖ້າທ່ານເປັນປະເພດ, ທີ່ຄືກັນກັບອ້າຍທີ່ເຕັ້ນເປືອຍຄີງ ທີ່ຢືນຢູ່ຜູ້ດຽວ, ໃຫ້ຈື່ຄວາມສຳຄັນຂອງການທະນຸທະໜອມ ຜູ້ຕາມຄົນທຳອິດຂອງທ່ານ ໃຫ້ສະເໝີກັບຕົນເອງ ສະນັ້ນ ຈຸດສຳຄັນຈິ່ງແມ່ນກະແສ, ບໍ່ແມ່ນຕົນເອງ. ໂອເຄ, ແຕ່ເຮົາອາດພາດບົດຮຽນທີ່ແທ້ຈິງໃນທີ່ນີ້. ບົດຮຽນທີ່ຍິ່ງໃຫຍ່ທີ່ສຸດ, ຖ້າທ່ານສັງເກດ - ທ່ານເຫັນບໍ່? - ແມ່ນວ່າການເປັນຜູ້ນຳ ໄດ້ຖືກຍົກຍ້ອງເກີນເຫດໂພດ. ທີ່ວ່າ, ​ແມ່ນຢູ່, ຜູ້ຊາຍເປືອຍຄີງເປັນຜູ້ລິເລີ່ມ, ແລະລາວຈະໄດ້ຄຸນງາວຄວາມດີທັງໝົດ, ແຕ່ທີ່ຈິງແລ້ວແມ່ນຜູ້ຕາມຄົນທຳອິດຕ່າງຫາກ ທີ່ປ່ຽນຄົນບ້າຜູ້ໜຶ່ງໃຫ້ກາຍເປັນຜູ້ນຳ. ສະນັ້ນ, ເມື່ອມີຄົນບອກວ່າເຮົາທຸກຄົນຄວນເປັນຜູ້ນຳ, ນັ້ນອາດເປັນສິ່ງທີ່ບໍ່ມີໝາກຜົນກໍ່ເປັນໄດ້. ຖ້າທ່ານສົນໃຈທີ່ຈະສ້າງກະແສແທ້ໆ, ກໍ່ຂໍໃຫ້ມີຄວາມກ້າທີ່ຈະຕາມ ແລະສະແດງໃຫ້ຄົນອື່ນເຫັນວ່າຄວນຕາມແນວໃດ. ແລະເມື່ອທ່ານເຫັນຄົນບ້າຜູ້ໜຶ່ງທີ່ກຳລັງເຮັດໃນສິ່ງທີ່ຍິ່ງໃຫຍ່, ຂໍໃຫ້ມີຄວາມກ້າທີ່ຈະເປັນຜູ້ທຳອິດ ທີ່ຈະລຸກຂຶ້ນໄປຮ່ວມນຳ. ແລະບ່ອນທີ່ດີທີ່ສຸດທີ່ຈະເຮັດໃນສິ່ງນີ້, ກໍ່ແມ່ນທີ່ TED ແຫ່ງນີ້ນັ້ນເອງ. ຂໍຂອບໃຈ. (ຕົບມື) ຂ້າພະເຈົ້າເຄີຍມາທີ່ນີ້ແລ້ວຕອນສີ່ປີກ່ອນ ແລະ ຂ້າພະເຈົ້າກໍ່ຈື່ໄດ້ ໃນສະໄໝນັ້ນ ທີ່ບົດສະເໜີຍັງບໍ່ທັນໄດ້ຖືກເອົາຂຶ້ນອິນເຕີເນັດເທື່ອ ຂ້າພະເຈົ້າຄິດວ່າເພິ່ນໄດ້ເອົາໃສ່ໃນກັບໃຫ້ຜູ້ເຂົ້າຮ່ວມ TED ຊຸດບັນທຶກການສະເໜີໃນຮູບແບບ DVD ທີ່ຄົນເອົາເມືອບ້ານແລ້ວໄວ້ເທິງຫິ້ງ ແລະກໍ່ຍັງຢູ່ບ່ອນຫັ້ນບໍ່ມີໃຜຈັບມາເບິ່ງອີກ (ຫົວ) ແລະອັນທີ່ຈິງ ຄຣິສ ໄດ້ໂທຫາຂ້າພະເຈົ້າ ອາທິດໜຶ່ງຫຼັງຈາກທີ່ຂ້າພະເຈົ້າໄດ້ຂຶ້ນສະເໜີ ແລະ ລາວເວົ້າວ່າ “ພວກເຮົາຈະເລີ່ມເອົາບັນທຶກພາບບົດສະເໜີຂຶ້ນອິນເຕີເນັດ ພວກເຮົາເອົາບົດຂອງເຈົ້າຂຶ້ນໄດ້ບໍ” ແລະ ຂ້າພະເຈົ້າເວົ້າວ່າ “ໄດ້ແທ້” ແລະ ສີ່ປີຕໍ່ມາ ຄືທີ່ຂ້າພະເຈົ້າໄດ້ເວົ້າຫັ້ນລະ ມີຄົນເບິ່ງສີ່ ... ອັນ ມີຄົນ ດາວໂຫຼດ ສີ່ລ້ານເທື່ອ ຄັນຊັ້ນ ຂ້າພະເຈົ້າຄິດວ່າ ເຮົາອາດສາມາດຄູນ 20 ຫຼື ປະມານນັ້ນ ເພື່ອໃຫ້ໄດ້ຈຳນວນຂອງຄົນທີ່ໄດ້ເບິ່ງບົດສະເໜີຂອງຂ້າພະເຈົ້າແທ້ ແລະ ຄຣິສ ເວົ້າວ່າ ມີຄວາມຮຽກຮ້ອງຕ້ອງການ ບັນທຶກພາບຂອງຂ້າພະເຈົ້າ (ຫົວ) (ຕົບມື) ... ທ່ານບໍ່ຮູ້ສຶກບໍ (ຫົວ) ສະນັ້ນ ງານໃນເທື່ອນີ້ ຈິ່ງໄດ້ຖືກບັນຈົງຈັດຂຶ້ນ ເພື່ອໃຫ້ຂ້າພະເຈົ້າມາຢືນຢູ່ຕໍ່ໜ້າພວກທ່ານອີກເທື່ອໜຶ່ງ ສະນັ້ນ ກໍ່ແມ່ນໂອກາດນີ້ລະ (ຫົວ) ທ່ານ ອາລ ກໍລ ໄດ້ກ່າວ ທີ່ກອງປະຊຸມ TED ທີ່ຂ້າພະເຈົ້າໄດ້ຂຶ້ນກ່າວສີ່ປີກ່ອນ ແລະ ເພິ່ນໄດ້ເວົ້າກ່ຽວກັບວິກິດສະພາບພູມອາກາດ ແລະ ຂ້າພະເຈົ້າກໍ່ໄດ້ກ່າວພາດພິງເຖິງສິ່ງທີ່ເພິ່ນໄດ້ເວົ້າ ໃນຕອນທ້າຍຂອງການສະເໜີຂອງຂ້າພະເຈົ້າ ສະນັ້ນ ຂ້າພະເຈົ້າກໍ່ຢາກສືບຕໍ່ຈາກຈຸດນັ້ນ ເພາະຂ້າພະເຈົ້າມີເວລາແຕ່ 18 ນາທີ ເທົ່ານັ້ນ ເວົ້າແທ້ ສະນັ້ນ ດັ່ງທີ່ຂ້າພະເຈົ້າວ່າ (ຫົວ) ຄືທີ່ທ່ານຮູ້, ເພິ່ນເວົ້າຖືກ ຂ້າພະເຈົ້າໝາຍຄວາມວ່າ ເຮົາມີວິກິດສະພາບພູມອາກາດອັນໃຫຍ່ຫຼວງ ເຊິ່ງເຫັນໄດ້ແຈ້ງ ແລະ ຂ້າພະເຈົ້າຄິດວ່າຖ້າຄົນບໍ່ເຊື່ອເລື່ອງນີ້ ເຂົາເຈົ້າຄວນອອກມາເບິ່ງຢູ່ນອນເຮືອນຫຼາຍຂຶ້ນ (ຫົວ) ແຕ່ ຂ້າພະເຈົ້າເຊື່ອວ່າເຮົາຍັງມີວິກິດພູມອາກາດອັນທີສອງ ເຊິ່ງກໍ່ຮ້າຍແຮງຄືກັນ ເຊິ່ງມີຕົ້ນຕໍມາຈາກບ່ອນດຽວກັນ ແລະ ເປັນອັນທີ່ພວກເຮົາຕ້ອງໄດ້ແກ້ໄຂຢ່າງຮີບດ່ວນຄືກັນ ແລະ ສິ່ງທີ່ຂ້າພະເຈົ້າໝາຍເຖິງນີ້ - ແລະ ໃນດ້ານໜຶ່ງ ທ່ານອາດຈະເວົ້າວ່າ “ເບິ່ງດຸ ຂ້ອຍພໍແລ້ວ ຂ້ອຍມີວິກິດພູມອາກາດອັນໜຶ່ງແລ້ວ ຂ້ອຍບໍ່ຕ້ອງການອັນທີສອງອີກ” ແຕ່ ອັນນີ້ແມ່ນວິກິດ ທີ່ບໍ່ແມ່ນຂອງຊັບພະຍາກອນທຳມະຊາດ ເຖິງຂ້າພະເຈົ້າຈະເຊື່ອວ່ານັ້ນແມ່ນຄວາມຈິງ ແຕ່ແມ່ນວິກິດຂອງຊັບພະຍາກອນບຸກຄົນ ຂ້າພະເຈົ້າເຊື່ອ ຢ່າງເລິກເຊິ່ງ ດັ່ງທີ່ຜູ້ສະເໜີຫຼາຍທ່ານໄດ້ຂຶ້ນມາກ່າວໃນຫຼາຍວັນທີ່ຜ່ານມາ ວ່າພວກເຮົານຳໃຊ້ ພູມປັນຍາຂອງພວກເຮົາ ແບບບໍ່ສົມບູນ ຫຼາຍຄົນໃຊ້ຊີວິດທັງໝົດຂອງພວກເຂົາໄປ ໂດຍທີ່ບໍ່ມີການສຳຜັດເຖິງພູມປັນຍາອັນແທ້ຈິງຂອງເຂົາເອງວ່າແມ່ນຫຍັງແທ້ ຫຼືວ່າມີອັນໃດທີ່ສາມາດເວົ້າເຖິງໄດ້ ຂ້າພະເຈົ້າພົບປະກັບຄົນທຸກປະເພດ ທີ່ບໍ່ຄິດວ່າເຂົາເຮັດຫຍັງໄດ້ດີເລີຍ ອັນທີ່ຈິງ ໄລຍະນີ້ ຂ້າພະເຈົ້າຂ້ອນຂ້າງແບ່ງໂລກນີ້ອອກເປັນສອງປະເພດ ເຈເຣມີ ເບັນແທັມ ນັກປັດຊະຍາປະໂຫຍດ ຄັ້ງໜຶ່ງໄດ້ປ້ອງກັນການຖົກຖຽງເລື່ອງນີ້ ເພິ່ນໄດ້ເວົ້າວ່າ “ໃນໂລກນີ້ມີຄົນຢູ່ສອງປະເພດ ພວກທີ່ແບ່ງໂລກອອກເປັນສອງສ່ວນ ແລະ ພວກທີ່ບໍ່ແບ່ງ” (ຫົວ) ອັນ ຂ້າພະເຈົ້າແບ່ງ (ຫົວ) ຂ້າພະເຈົ້າພົບປະກັບຄົນທຸກປະເພດ ທີ່ບໍ່ມັກໃນສິ່ງທີ່ພວກເຂົາເຮັດ ພວກເຂົາພຽງແຕ່ໃຊ້ຊີວິດ ໄປກັບມັນ ພວກເຂົາບໍ່ໄດ້ຄວາມສຸກຈາກສິ່ງທີ່ພວກເຂົາເຮັດ ພວກເຂົາອົດທົນກັບມັນ ແທນທີ່ຈະມ່ວນກັບມັນ ແລະ ລໍຖ້າວັນພັກທ້າຍອາທິດ ແຕ່ ຂ້າພະເຈົ້າກໍ່ໄດ້ພົບກັບຄົນ ທີ່ຮັກສິ່ງທີ່ພວກເຂົາເຮັດ ແລະ ບໍ່ຄິດວ່າພວກເຂົາຈະຢາກເຮັດອັນອື່ນໄດ້ ຖ້າທ່ານບອກພວກເຂົາວ່າ “ບໍ່ຕ້ອງເຮັດອັນນີ້ອີກ” ພວກເຂົາຄືຊິສົງໄສວ່າທ່ານເວົ້າເຖິງຫຍັງ ເພາະມັນບໍ່ແມ່ນສິ່ງທີ່ເຂົາເຮັດ ມັນແມ່ນສິ່ງທີ່ພວກເຂົາເປັນ ພວກເຂົາຈະເວົ້າວ່າ “ແຕ່ນີ້ແມ່ນຂ້ອຍ ເຈົ້າຮູ້ບໍ່ ມັນຄືຊິເປັນເລື່ອງໂງ່ທີ່ຂ້ອຍຈະຖິ້ມມັນໄປ ເພາະວ່າ ມັນເຂົ້າເຖິງຄວາມເປັນຕົວຂ້ອຍທີ່ແທ້ຈິງ” ແລະ ຄົນທີ່ເປັນແບບນີ້ກໍ່ບໍ່ມີຫຼາຍ ອັນທີ່ຈິງ ໃນດ້ານກົງກັນຂ້າມ ຂ້າພະເຈົ້າຄິດວ່າ ມີພຽງຄົນກຸ່ມນ້ອຍທີ່ເປັນແນວນີ້ ແລະ ຂ້າພະເຈົ້າຄິດວ່າມີຫຼາຍ ຄຳອະທິບາຍສຳລັບສິ່ງທີ່ເປັນຢູ່ ແລະ ສູງສຸດໃນນັ້ນ ແມ່ນການສຶກສາ ຍ້ອນວ່າການສຶກສາ ໃນທາງໜຶ່ງ ແຍກຫຼາຍໆຄົນອອກ ຈາກພອນສະຫວັນໂດຍທຳມະຊາດຂອງເຂົາ ແລະ ຊັບພະຍາກອນບຸກຄົນ ກໍ່ຄືກັບ ຊັບພະຍາກອນທຳມະຊາດ ມັນມັກຖືກຝັງຢູ່ເລິກໆ ເຈົ້າຕ້ງອໄປຊອກຫາມັນ ມັນບໍ່ນອນຊະຊາຍຢູ່ເທິງພື້ນຜິວ ເຈົ້າຕ້ອງສ້າງເຫດການແວດລ້ອມໃຫ້ມັນສະແດງຕົວອອກມາ ແລະ ທ່ານອາດຄິດວ່າ ການສຶກສາຈະເປັນຫົນທາງທີ່ຈະສ້າງໃຫ້ມັນເກີດຂຶ້ນ ແຕ່ສ່ວນຫຼາຍ ບໍ່ແມ່ນ ລະບົບການສຶກສາທຸກອັນໃນໂລກ ໃນຂະໜະນີ້ ກຳລັງຖືກປະຕິຮູບ ແລະ ມັນຍັງບໍ່ພໍ ການປະຕິຮູບແມ່ນບໍ່ມີປະໂຫຍດຫຍັງໝົດ ຍ້ອນວ່າມັນພຽງແຕ່ຍົກລະດັບຮູບແບບທີ່ໃຊ້ບໍ່ໄດ້ ສິ່ງທີ່ພວກເຮົາຕ້ອງການ - ແລະ ຄຳນີ້ກໍ່ໄດ້ຖືກນຳໃຊ້ຫຼາຍເທື່ອໃນຫຼາຍວັນທີ່ຜ່ານມາ - ບໍ່ແມ່ນການວິວັດທະນາການ ແຕ່ແມ່ນການປະຕິວັດທາງການສຶກສາ ສິ່ງນີ້ຕ້ອງໄດ້ແປງຮູບ ໄປເປັນແນວໃໝ່ (ຕົບມື) ສິ່ງທ້າທາຍແທ້ໆອັນໜຶ່ງ ແມ່ນການປ່ຽນແປງຂັ້ນພື້ນຖານ ໃນການສຶກສາ ການປ່ຽນແປງແມ່ນຍາກ ຍ້ອນມັນໝາຍຄວາມເຖິງການເຮັດຫຍັງ ທີ່ຄົນບໍ່ເຫັນວ່າມັນງ່າຍເປັນສ່ວນຫຼາຍ ມັນໝາຍເຖິງການທ້າທາຍສິ່ງທີ່ພວກເຮົາຖືເປັນຕາຍຕົວ ສິ່ງທີ່ພວກເຮົາຄິດວ່າມັນແຈ່ມແຈ້ງແລ້ວ ບັນຫາທີ່ໃຫຍ່ຫຼວງສຳລັບການປະຕິຮູບ ຫຼື ການແປງຮູບ ແມ່ນການປົກຄອງແບບຜະເດັດການຂອງສາມັນສຳນຶກ - ສິ່ງທີ່ຄົນຄິດ “ສິ່ງນີ້ ມັນບໍ່ສາມາດເຮັດໄປທາງອື່ນໄດ້ ຍ້ອນວ່ານີ້ແມ່ນວິທີທີ່ເພິ່ນໄດ້ເຮັດຜ່ານມາ” ຂ້າພະເຈົ້າ ໄດ້ຊອກເຫັນຄຳເວົ້າອັນຍິ່ງໃຫຍ່ອັນໜຶ່ງຂອງ ອັບບຣາຮຳ ລິນຄອນ ຜູ້ທີ່ຂ້າພະເຈົ້າຄິດວ່າພວກທ່ານຄົງຈະດີໃຈທີ່ຈະໄດ້ຍິນຄຳເວົ້າຂອງເພິ່ນໃນເວລານີ້ (ຫົວ) ເພິ່ນໄດ້ກ່າວສິ່ງນີ້ໃນເດືອນທັນວາ ປີ 1862 ຕໍ່ກັບກອງປະຊຸມປະຈຳປີຄັ້ງທີສອງຂອງສະພາ Congress ຂ້າພະເຈົ້າຄວນອະທິບາຍວ່າ ຂ້າພະເຈົ້າບໍ່ມີຄວາມຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນໃນເວລານັ້ນເລີຍ ພວກເຮົາບໍ່ສອນປະຫວັດສາດຂອງອາເມລິກາ ໃນປະເທດອັງກິດ (ຫົວ) ພວກເຮົາຂົ່ມມັນໄວ້ ທ່ານກໍ່ຮູ້ ວ່າມັນແມ່ນນະໂຍບາຍຂອງເຮົາ (ຫົວ) ສະນັ້ນ ບໍ່ຕ້ອງສົງໄສເລີຍວ່າ ສິ່ງທີ່ເປັນຕາສົນໃຈຄົງໄດ້ເກີດຂຶ້ນໃນເດືອນທັນວາ ປີ 1862 ເຊິ່ງຄົນອາເມລິກັນໃນທີ່ນີ້ ຄົງຈະຮູ້ດີ ແຕ່ ເພິ່ນໄດ້ເວົ້າອັນນີ້ “ຄວາມເຊື່ອ ຂອງອາດີດທີ່ມິດງຽບ ແມ່ນບໍ່ພຽງພໍຕໍ່ກັບປະຈຸບັນອັນດຸເດືອດ ເວລານີ້ ແມ່ນກອງສູງດ້ວຍຄວາມຫຍຸ້ງຍາກ ແລະ ພວກເຮົາຕ້ອງສູງຂຶ້ນໄປກັບເວລາ” ຂ້າພະເຈົ້າມັກອັນນີ້ຫຼາຍ ບໍ່ແມ່ນສູງຂຶ້ນໄປທຽບມັນ ສູງຂຶ້ນໄປກັບມັນ “ເນື່ອງຈາກກໍລະນີຂອງເຮົາແມ່ນອັນໃໝ່ ສະນັ້ນ ພວກເຮົາກໍ່ຕ້ອງຄິດແນວໃໝ່ ແລະ ປະຕິບັດແນວໃໝ່ ພວກເຮົາຕ້ອງປົດປ່ອຍຕົນເອງ ຫຼັງຈາກນັ້ນ ແລ້ວພວກເຮົາຈິ່ງຈະຮັກສາປະເທດຊາດຂອງເຮົາ ຂ້າພະເຈົ້າມັກຄຳນີ້ “ປົດປ່ອຍ” ທ່ານຮູ້ບໍ່ວ່າມັນໝາຍເຖິງຫຍັງ ທີ່ວ່າມັນມີແນວຄວາມຄິດທີ່ເຮົາທັງໝົດຫຼົງສະເໜ່ຢູ່ ທີ່ເຮົາພຽງແຕ່ຖືເປັນຕາຍຕົວ ຄືກັບວ່າມັນເປັນກົດຕາມທຳມະຊາດ, ສິ່ງທີ່ມັນຄວນຈະເປັນ ແລະ ແນວຄວາມຄິດຫຼາຍອັນຂອງເຮົາ ກໍ່ໄດ້ຖືກສ້າງຂຶ້ນ ບໍ່ແມ່ນເພື່ອປະເຊີນໜ້າກັບສະຖານະການຂອງສັດຕະວັດນີ້ ແຕ່ເພື່ອຕໍ່ສູ້ກັບສະພາບການຂອງສັດຕະວັດກ່ອນ ແຕ່ຫົວຂອງເຮົາຊຳ້ພັດຍັງຖືກສະກົດຢູ່ກັບອັນເກົ່າ ແລະ ພວກເຮົາຕ້ອງປົດປ່ອຍຕົນເອງຈາກສິ່ງເຫຼົ່ານີ້ ບາດນີ້ ການເວົ້າມັນງ່າຍກວ່າການກະທຳ ອັນທີ່ຈິງ ເຮົາຮູ້ໄດ້ຍາກ ວ່າອັນໃດທີ່ເຮົາຖືເປັນຕາຍຕົວ ແລະ ເຫດຜົນກໍ່ແມ່ນຍ້ອນເຮົາຖືມັນເປັນຕາຍຕົວ ສະນັ້ນ ຂ້າພະເຈົ້າຈະຂໍຖາມພວກທ່ານກ່ຽວກັບບາງສິ່ງທີ່ພວກທ່ານຖືເປັນຕາຍຕົວ ມີຈັກທ່ານໃນທີ່ນີ້ທີ່ມີອາຍຸເກີນ 25 ປີ ບໍ່ແມ່ນອັນນີ້ດອກທີ່ຂ້າພະເຈົ້າຄິດວ່າພວກທ່ານຖືເປັນຕາຍຕົວ ຂ້າພະເຈົ້າແນ່ໃຈວ່າພວກທ່ານລຶ້ງເຄີຍກັບການມີອາຍຸຊຳ່ນີ້ດີ ມີໃຜໃນທີ່ນີ້ບໍ່ທີ່ອາຍຸຕຳ່ກວ່າ 25 ປີ ດີຫຼາຍ ບາດນີ້ ຜູ້ທີ່ມີອາຍຸເກີນ 25 ປີ ກະລຸນາຍົກມື້ຂຶ້ນ ຖ້າທ່ານໃສ່ໂມງຢູ່ແຂນ ເຫັນລະ ມີຈຳນວນຫຼາຍຄືກັນເນາະ ຖ້າຖາມຄຳຖາມນີ້ໃນຫ້ອງທີ່ມີຄົນອາຍຸຕຳ່ກວ່າ 20 ປີ ຄົນໄວໜຸ່ມບໍ່ໃສ່ໂມງແຂນ ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າເຂົາບໍ່ສາມາດໃສ່ໄດ້ ຫຼື ບໍ່ໄດ້ຮັບອະນຸຍາດໃຫ້ໃສ່ ສ່ວນຫຼາຍພວກເຂົາພຽງແຕ່ເລືອກທີ່ຈະບໍ່ໃສ່ ແລະ ເຫດຜົນແມ່ນ, ທ່ານເຫັນບໍ່, ວ່າພວກເຮົາຖືກລ້ຽງມາ ໃນຍຸກກ່ອນວັດທະນະທຳ ດິຈິຕອລ ພວກເຮົາທີ່ມີອາຍຸ 25 ປີ ຂຶ້ນໄປ ແລະສະນັ້ນ ສຳລັບພວກເຮົາ ຖ້າເຮົາຢາກຮູ້ເວລາ ເຮົາຕ້ອງໃສ່ອຸປະກອນບອກເວລາ ເດັນນ້ອຍດຽວນີ້ອາໄສຢູ່ໃນໂລກ ດິຈິຕອລ ແລະ ເວລາ ສຳລັບພວກເຂົາ ແມ່ນມີຢູ່ທຸກບ່ອນ ພວກເຂົາບໍ່ເຫັນເຫດຜົນໃນການໃສ່ໂມງຄືພວກເຮົາ ແລະ ໃນທາງດຽວກັນ ພວກເຮົາກໍ່ບໍ່ຈຳເປັນຕ້ອງໃສ່ເຊັ່ນດຽວກັນ ພຽງແຕ່ວ່າເຮົາຫາກເຄີຍໃສ່ແນວນີ້ ແລະ ເຮົາກໍ່ສືບຕໍ່ໃສ່ໄປ ລູກສາວຂອງຂ້າພະເຈົ້າບໍ່ເຄີຍໃສ່ໂມງເລີຍ ເຄດ ເຊິ່ງອາຍຸໄດ້ 20 ປີ ລາວບໍ່ເຫັນຄວາມໝາຍໃນການໃສ່ ຄືທີ່ລາວເວົ້າວ່າ “ມັນເປັນເຄື່ອງມືທີ່ເຮັດໄດ້ແຕ່ຢ່າງດຽວ“ (ຫົວ) “ເບິ່ງດຸ ມັນກະຈອກຂະໜາດໃດ” ແລະ ຂ້າພະເຈົ້າເວົ້າວ່າ “ບໍ່ແມ່ນໄດ໋ ມັນບອກວັນທີນຳອີກ” (ຫົວ) “ມັນເຮັດໄດ້ຫຼາຍຢ່າງ” ແຕ່ທ່ານເຫັນບໍ ມັນມີສິ່ງທີ່ເຮົາຫຼົງໄຫຼຢູ່ໃນການສຶກສາ ໃຫ້ຂ້າພະເຈົ້າຍົກຕົວຢ່າງຈັກສອງອັນ ອັນໜຶ່ງແມ່ນແນວຄວາມຄິດແບບເສັ້ນຊື່ ທີ່ວ່າມັນເລີ່ມຕົ້ນຢູ່ນີ້ ແລະ ເຈົ້າກໍ່ໄປຕາມເສັ້ນທາງ ແລະ ຖ້າເຈົ້າເຮັດທຸກຢ່າງຖືກຕ້ອງ ເຈົ້າກໍ່ຈະໄດ້ ມີທຸກຢ່າງພ້ອມສຳລັບຊີວິດຂອງເຈົ້າ ທຸກຄົນທີ່ໄດ້ຂຶ້ນມາເວົ້າຢູ່ TED ໄດ້ບອກເຮົາທາງອ້ອມ, ຫຼື ບາງເທື່ອກໍ່ທາງກົງ, ອີກເລື່ອງໜຶ່ງ, ວ່າຊີວິດນັ້ນບໍ່ໄດ້ເປັນເສັ້ນຊື່, ມັນເປັນສິ່ງທີ່ປ່ຽນແປງ. ເຮົາສ້າງຊິວິດຂອງເຮົາໃນທາງພົວພັນແລກປ່ຽນ ໃນຂະນະທີ່ເຮົາຊອກຄົ້ນຫາຄວາມສາມາດພິເສດ ທີ່ສາມາດຊ່ວຍສ້າງໂອກາດໃຫ້ເຮົາ. ແຕ່ທ່ານຮູ້ບໍ່ ພວກເຮົາໄດ້ກາຍມາຖືກຄອບງຳ ໂດຍເລື່ອງລາວແນວເສັ້ນຊື່ນີ້. ບາງເທື່ອຈຸດສຸດຍອດຂອງການສຶກສາ ແມ່ນການເຂົ້າມະຫາວິທະຍາໄລ. ຂ້າພະເຈົ້າຄິດວ່າພວກເຮົາຫຼົງໄຫຼໄປກັບການເອົາຄົນເຂົ້າມະຫາວິທະຍາໄລ, ມະຫາວິທະຍາໄລບາງປະເພດ. ຂ້າພະເຈົ້າບໍ່ໄດ້ໝາຍວ່າເຮົາບໍ່ຄວນເຂົ້າມະຫາ, ແຕ່ບໍ່ແມ່ນໝົດທຸກຄົນຊິຕ້ອງເຂົ້າ, ບໍ່ແມ່ນທຸກຄົນຊິຕ້ອງເຂົ້າດຽວນີ້. ບາງເທື່ອເຂົາອາດຈະເຂົ້າມື້ໜ້າ, ບໍ່ແມ່ນທັນທີ. ຂ້າພະເຈົ້າໄດ້ໄປ ເມືອງຊານຟຣານຊິສໂກ ຫວ່າງມໍ່ໆນີ້ ເພື່ອເຊັນປື້ມ. ມີຊາຍຜູ້ໜຶ່ງກຳລັງຊື້ປື້ມ, ຄືຊິແມ່ນອາຍຸປະມານ 30 ປີ. ຂ້າພະເຈົ້າຖາມວ່າ, “ເຈົ້າເຮັດຫຍັງ?” ລາວບອກວ່າ, “ຂ້ອຍເປັນຄົນດັບເພີງ.” ຂ້າພະເຈົ້າຖາມຕໍ່ວ່າ, “ເຈົ້າເປັນຄົນດັບເພີງໄດ້ດົນປານໃດແລ້ວ?” ລາວບອກວ່າ, “ເປັນມາຕະຫຼອດ, ຂ້ອຍເປັນຄົນດັບເພີງແຕ່ໃດມາ.” ແລະ ຂ້າພະເຈົ້າຖາມອີກວ່າ, “ຄັນຊັ້ນ, ເຈົ້າໄດ້ຕັດສິນໃຈຕອນໃດ?” ລາວບອກວ່າ, “ຕັ້ງແຕ່ຕອນເປັນເດັກນ້ອຍ.” “ຄວາມຈິງແລ້ວ, ມັນເຄີຍເປັນບັນຫາສຳລັບຂ້ອຍຢູ່ໂຮງຮຽນ, ເພາະວ່າຢູ່ໂຮງຮຽນ ໝົດທຸກຄົນຢາກເປັນຄົນດັບເພີງ.” “ແຕ່ຂ້ອຍກໍ່ຢາກເປັນຄົນດັບເພີງ.” “ໃນຕອນທີ່ຂ້ອຍຮອດປີສຸດທ້າຍຂອງຊັ້ນມັດທະຍົມ, ຄູຂອງຂ້ອຍບໍ່ໄດ້ຖືເລື່ອງນີ້ຈິງຈັງ. ຄູຜູ້ໜຶ່ງບໍ່ໄດ້ຖືກຂ້ອຍຈິງຈັງ. ລາວເວົ້າວ່າຂ້ອຍກຳລັງຊິຖິ້ມຊີວິດຂອງຂ້ອຍໄປ ຖ້າວ່າຂ້ອຍເລືອກທີ່ຈະເຮັດແຕ່ເທົ່ານັ້ນ, ບອກວ່າຂ້ອຍຄວນເຂົ້າມະຫາ, ຂ້ອຍຄວນເປັນມືອາຊີບ, ວ່າຂ້ອຍມີສັກກະຍາພາບ, ແລະ ຂ້ອຍກຳລັງຖິ້ມຄວາມສາມາດພິເສດຂອງຂ້ອຍໄປ.” “ມັນເປັນຕາອົດສູ ເພາະວ່າ ລາວເວົ້າແນວນີ້ຕໍ່ໜ້າຄົນໝົດຫ້ອງ, ຂ້ອຍຮູ້ສຶກບໍ່ດີເລີຍ. ແຕ່ມັນເປັນສິ່ງທີ່ຂ້ອຍຕ້ອງການ, ແລະ ທັນທີທີ່ຂ້ອຍຮຽນຈົບ, ຂ້ອຍສະໝັກເຂົ້າສູນບໍລິການດັບເພີງ ແລະ ເພິ່ນກໍ່ຮັບຂ້ອຍ.” “ເຈ້ົາຮູ້ບໍ່, ຂ້ອຍຄິດກ່ຽວກັບຄູຜູ້ນັ້ນຢູ່ຫວ່າງມໍ່ໆນີ້, ຫວ່າງກີ້ນີ້ທີ່ເຈົ້າເວົ້າກ່ຽວກັບຄູ,” “ເພາະວ່າຫົກເດືອນກ່ອນ, ຂ້ອຍໄດ້ຮັກສາຊີວິດຂອງລາວໄວ້.” (ຫົວ) ລາວວ່າ, “ລາວຄາຢູ່ໃນລົດທີ່ຂວຳ້, ແລະ ຂ້ອຍດຶງເອົາລາວອອກມາ, ແລະ ປຳ້ຫົວໃຈໃຫ້ລາວ, ແລະ ຂ້ອຍກໍ່ໄດ້ຮັກສາຊິວິດເມຍລາວຄືກັນ.” “ຂ້ອຍຄິດວ່າລາວຄືຊິຄິດກັບຂ້ອຍດີກວ່າເກົ່າແລ້ວດຽວນີ້.” (ຫົວ) (ຕົບມື) ທ່ານຮູ້ບໍ່, ສຳລັບຂ້າພະເຈົ້າແລ້ວ, ສັງຄົມຄົນແມ່ນຂຶ້ນກັບ ຄວາມຫຼາກຫຼາຍທາງດ້ານທັກສະ, ບໍ່ແມ່ນແນວຄວາມຄິດແບບດຽວກ່ຽວກັບຄວາມສາມາດ. ແລະ ໃນໃຈກາງຂອງສິ່ງທີ່ທ້າທາຍເຮົາ - (ຕົບມື) ໃນໃຈກາງຂອງສິ່ງທີ່ທ້າທາຍເຮົາ ແມ່ນການສ້າງຄວາມເຂົ້າໃຈຂອງເຮົາກ່ຽວກັບຄວາມສາມາດຄືນໃໝ່ ແລະ ກ່ຽວກັບຄວາມສະຫຼາດ. ສິ່ງທີ່ເປັນເສັ້ນຊື່ນີ້ແມ່ນບັນຫາ. ໃນຕອນທີ່ຂ້າພະເຈົ້າມາຮອດ ລອສແອງເຈລິສ ປະມານເກົ້າປີກ່ອນ, ຂ້ອຍໄດ້ພໍ້ກັບບົດຄວາມນະໂຍບາຍອັນໜຶ່ງ, ທີ່ມີເຈດຕະນາທີ່ດີ, ເຊິ່ງເວົ້າວ່າ, “ມະຫາວິທະຍາໄລ ເລີ່ມທີ່ ຊັ້ນອານຸບານ.” ບໍ່ໜາ. (ຫົວ) ມັນບໍ່ແມ່ນ. ຄັນເຮົາມີເວລາ, ຂ້າພະເຈົ້າຊິລົງເລິກໄປກວ່ານີ້, ແຕ່ເຮົາບໍ່ມີ. (ຫົວ) ອານຸບານ ເລີ່ມທີ່ ອານຸບານ. (ຫົວ) ໝູ່ຂອງຂ້າພະເຈົ້າຜູ້ໜຶ່ງເຄີຍເວົ້າວ່າ, “ເຈົ້າຮູ້ບໍ່, ເດັກນ້ອຍສາມປີ ບໍ່ແມ່ນເຄິ່ງໜຶ່ງຂອງເດັກຫົກປີ.” (ຫົວ) (ຕົບມື) ເຂົາເປັນເດັກສາມຂວບ. ແຕ່ຄືທີ່ພວກເຮົາໄດ້ຍິນໃນບົດສະເໜີກ່ອນໜ້ານີ້, ວ່າມີການແຂ່ງຂັນກັນເຂົ້າອານຸບານດຽວນີ້, ເພື່ອເຂົ້າໂຮງຮຽນອານຸບານທີ່ມີຊື່ສຽງ, ຈົນວ່າຕ້ອງໄດ້ສຳພາດກັນ ຕັ້ງແຕ່ຕອນສາມປີ.​ ເດັກນ້ອຍນັ່ງຕໍ່ໜ້າຄະນະສຳພາດ, ທ່ານຄິດອອກບໍ່, ນັ່ງຢູ່ຫັ້ນພ້ອມກັບຮ່າງປະຫວັດຫຍໍ້ (ຫົວ) ເປີດໜ້າເຈ້ຍໄປມາ ແລ້ວເວົ້າວ່າ, “ອັນນີ້ແມ່ນຫຍັງ?” (ຫົວ) (ຕົບມື) “ເຈົ້າເກີດມາໄດ້ຕັ້ງ 36 ເດືອນແລ້ວ, ແຕ່ເຮັດໄດ້ທໍ່ນີ້ຫວາ?” (ຫົວ) “ເຈົ້າຍັງບໍ່ໄດ້ເຮັດຫຍັງສຳເລັດເລີຍ. ຫົກເດືອນທຳອິດກິນແຕ່ນົມແມ່, ຕາມທີ່ຂ້ອຍເຫັນ.” (ຫົວ) ເຫັນບໍ່, ມັນເປັນແນວຄວາມຄິດທີ່ຮະຮາມຊຳ່ໃດ, ແຕ່ມັນກໍ່ຍັງດຶງດູດຄົນ. ບັນຫາອັນໜຶ່ງອີກແມ່ນການຄ້ອຍຕາມກັນ. ພວກເຮົາໄດ້ສ້າງລະບົບການສຶກສາຂອງເຮົາ ຕາມໂຄງຮ່າງອາຫານສຳເລັດຮູບ. ອັນນີ້ແມ່ນສິ່ງໜຶ່ງທີ່ Jamie Oliver ໄດ້ຍົກຂຶ້ນມາເວົ້າໃນມື້ກ່ອນ. ທ່ານຮູ້ບໍ່ວ່າມີໂຄງຮ່າງສອງຢ່າງທີ່ກ່ຽວກັບການຮັກສາຄຸນນະພາບດ້ານການບໍລິໂພກ. ອັນໜຶ່ງແມ່ນ ອາຫານສຳເລັດຮູບ ເຊິ່ງທຸກສິ່ງຢ່າງແມ່ນເປັນໄປແບບຕາຍຕົວ. ອີກອັນໜຶ່ງແມ່ນຄືກັບຮ້ານອາຫານຂອງ Zagat ແລະ Michelin, ທີ່ທຸກສິ່ງຢ່າງບໍ່ຕ້ອງໄປຕາມມາດຖານຕາຍຕົວ, ທຸກອັນແມ່ນປັບປ່ຽນໄປຕາມສະພາບຕົວຈິງຂອງທ້ອງຖິ່ນ. ແລະ ພວກເຮົາກໍ່ໄດ້ຈ່າວໃຫ້ຕົວເອງ ໂຄງຮ່າງການສຶກສາແບບອາຫານສຳເລັດຮູບ. ແລະ ມັນກໍ່ກຳລັງດູດດຶງເອົາ ຈິດໃຈ ແລະ ພະລັງງານ ຂອງເຮົາ ຄືກັນກັບອາຫານສຳເລັດຮູບທີ່ເຮັດໃຫ້ຮ່າງກາຍເຮົາເສຍທາດໄປ. (ຕົບມື) ຂ້າພະເຈົ້າຄິດວ່າເຮົາຕ້ອງຍອມຮັບສອງຢ່າງໃນທີ່ນີ້. ໜຶ່ງແມ່ນວ່າຄວາມສາມາດພິເສດຂອງຄົນນັ້ນມີຄວາມຫຼາກຫຼາຍທີ່ສຸດ. ຄົນເຮົາມີໄຫວພິບທີ່ຕ່າງກັນ. ຂ້າພະເຈົ້າໄດ້ຄິດອອກຫວ່າງມໍ່ໆນີ້ວ່າ ຂ້າພະເຈົ້າໄດ້ກີຕ້າອັນໜຶ່ງຕອນຍັງນ້ອຍ ໃນຊ່ວງດຽວກັນກັບທີ່ Eric Clapton ໄດ້ຮັບກີຕ້າອັນທຳອິດ. ທ່ານກໍ່ຮູ້, Eric ລາວເຮັດໄດ້ດີ, ຂ້າພະເຈົ້າຢາກເວົ້າທໍ່ຫັ້ນລະ. (ຫົວ) ໃນທາງທີ່ ຂ້າພະເຈົ້າເຮັດໄດ້ດີບໍ່ເທົ່າ. ຂ້າພະເຈົ້າບໍ່ສາມາດເຮັດໃຫ້ມັນເປັນເພງ ບໍ່ວ່າຈະພະຍາຍາມເປົ່າມັນ ເລື້ອຍ ແລະ ໜັກ ປານໃດ. ມັນກໍ່ຍັງບໍ່ເປັນເພງ. ແຕ່ມັນບໍ່ພຽງແຕ່ກ່ຽວກັບສິ່ງນີ້. ມັນຍັງກ່ຽວກັບອາລົມຄວາມມັກ. ຫຼາຍຄັ້ງທີ່ຄົນເຮົາເຮັດໃນສິ່ງຕົນບໍ່ສົນໃຈໄດ້ດີ. ມັນກ່ຽວກັບອາລົມຄວາມມັກ, ແລະ ສິ່ງທີ່ກະຕຸ້ນ ວິນຍານ ແລະ ພະລັງ ຂອງເຮົາ. ແລະ ຖ້າທ່ານເຮັດໃນສິ່ງທີ່ທ່ານຮັກທີ່ຈະເຮັດ, ທີ່ທ່ານເຮັດໄດ້ດີ, ເວລາຈະເດີນໄປໃນລັກສະນະທີ່ຕ່າງໄປໂດຍສິ້ນເຊີງ. ເມຍຂອງຂ້າພະເຈົ້າຫາກໍ່ສຳເລັດການຂຽນນິຍາຍ, ແລະ ຂ້າພະເຈົ້າຄິດວ່າມັນເປັນປື້ມທີ່ດີ, ແຕ່ລາວຫາຍຕົວໄປຫຼາຍຊົ່ວໂມງ. ທ່ານກໍ່ຮູ້ສິ່ງນີ້, ຖ້າທ່ານກຳລັງເຮັດໃນສິ່ງທີ່ທ່ານຮັກ, ເວລາຊົ່ວໂມງໜຶ່ງ ຮູ້ສຶກຄື ຫ້ານາທີ. ຖ້າທ່ານກຳລັງເຮັດໃນສິ່ງທີ່ບໍ່ສະທ້ອນກັບວິນຍານຂອງທ່ານ, ຫ້ານາທີ ກໍ່ຮູ້ສຶກຄືເປັນຊົ່ວໂມງ. ແລະ ເຫດຜົນທີ່ຫຼາຍຄົນເລືອກທີ່ຈະອອກໂຮງຮຽນ ແມ່ນຍ້ອນມັນບໍ່ຈຸນເຈືອວິນຍານເຂົາ, ມັນບໍ່ຈຸນເຈືອ ພະລັງ ຫຼື ອາລົມມັກ ຂອງເຂົາ. ສະນັ້ນ ຂ້າພະເຈົ້າຄິດວ່າພວກເຮົາຕ້ອງປ່ຽນຄຳປຽບທຽບ. ພວກເຮົາຕ້ອງແຍກຈາກ ໂຄງຮ່າງການສຶກສາທີ່ເປັນແບບອຸດສາຫະກຳ, ແບບການຜະລິດ, ເຊິ່ງຢືນຢູ່ບົນເສັ້ນຊື່ ແລະ ການຄ້ອຍຕາມ ແລະ ຜະລິດຄົນເປັນໝວດໝູ່. ພວກເຮົາຕ້ອງປ່ຽນມາຫາໂຄງຮ່າງ ທີ່ຢືນຢູ່ບົນຫຼັກການດ້ານກະສິກຳ. ພວກເຮົາຕ້ອງເຂົ້າໃຈວ່າການເຕີບໃຫຍ່ຂອງຄົນ ບໍ່ແມ່ນຂະບວນການເຄື່ອງຈັກ, ມັນແມ່ນການປ່ຽນແປງທາງຊີວະ. ແລະ ທ່ານບໍ່ສາມາດຄາດເດົາຜົນໄດ້ຮັບຂອງການພັດທະນາຊັບພະຍາກອນມະນຸດ; ສິ່ງທີ່ທ່ານເຮັດໄດ້, ຄືກັບຊາວກະສິກອນ, ແມ່ນສ້າງເງື່ອນໄຂທີ່ ພວກເຂົາຈະເລີ່ມຈະເລີນເຕີມໂຕ. ສະນັ້ນ ເມື່ອພວກເຮົາເບິ່ງການປະຕິຮູບການສຶກສາ ແລະ ປ່ຽນຮູບມັນ, ມັນບໍ່ແມ່ນຄືກັບການສ້າງຮູບແບບສຳຮອງ. ມີລະບົບທີ່ດີເດັ່ນ ຄືກັບ KIPP. ມີໂຄງຮ່າງທີ່ດີເດັ່ນຫຼາຍອັນ. ມັນກ່ຽວກັບການປັບແຕ່ງໃຫ້ເຂົ້າກັບສະພາບຂອງທ່ານ, ແລະ ປັບແຕ່ງການສຶກສາ ໃຫ້ເຂົ້າກັບຄົນທີ່ທ່ານສອນ. ແລະ ການເຮັດແນວນັ້ນ, ຂ້າພະເຈົ້າຄິດວ່າ ແມ່ນຄຳຕອບສຳລັບອະນາຄົດ ຍ້ອນວ່າມັນບໍ່ແມ່ນກ່ຽວກັບການຂະຫຍາຍທາງອອກ; ແຕ່ຫາກແມ່ນການສ້າງການເຄື່ອນໄຫວໃນການສຶກສາ ທີ່ຄົນສາມາດພັດທະນາທາງອອກຂອງເຂົາເອງ, ພ້ອມກັບການຊ່ວຍເຫຼືອຈາກພາຍນອກ ທີ່ຢືນຢູ່ບົນຫຼັກສູດທີ່ປັບແຕ່ງໄດ້. ດຽວນີ້, ໃນຫ້ອງນີ້,​ ມີຄົນທີ່ເປັນຕົວແທນ ໃຫ້ກັບຊັບພະຍາກອນອັນມະຫາສານ ດ້ານທຸລະກິດ, ດ້ານສື່, ດ້ານອິນເຕີເນັດ, ເຕັກໂນໂລຢີເຫຼົ່ານີ້, ບວດກັບຄວາມສາມາດພິເສດອັນມະຫາສານຂອງຄູ, ສາມາດໃຫ້ໂອກາດໃນການປະຕິວັດການສຶກສາ. ແລະ ຂ້າພະເຈົ້າຮຽກຮ້ອງໃຫ້ທ່ານເຂົ້າມີສ່ວນຮ່ວມ ເພາະວ່າມັນສຳຄັນ, ບໍ່ແມ່ນແຕ່ສະເພາະຕໍ່ເຮົາເອງ, ແຕ່ສຳລັບອະນາຄົດລູກຫຼານຂອງເຮົາ. ແຕ່ເຮົາຕ້ອງປ່ຽນຈາກໂຄງຮ່າງອຸດສາຫະກຳ ມາເປັນໂຄງຮ່າງກະສິກຳ, ທີ່ໂຮງຮຽນແຕ່ລະບ່ອນສາມາດຈະເລີນເຕີບໂຕໃນມື້ອື່ນ. ບ່ອນນັ້ນແມ່ນສະຖານທີ່ທີ່ເດັກໄດ້ມີປະສົບການຊີວິດ. ຫຼື ຢູ່ເຮືອນ, ຖ້ານັ້ນແມ່ນທາງທີ່ເຂົາເລືອກທີ່ຈະຮຽນ ພ້ອມກັບ ຄອບຄົວ ແລະ ໝູ່ເພື່ອນ. ໄດ້ມີການເວົ້າກ່ຽວກັບຄວາມຝັນກັນຫຼາຍ ໃນໄລຍະສາມສີ່ວັນຜ່ານມາ. ແລະ ຂ້າພະເຈົ້າຂໍເວົ້າສັ້ນໆ - ຂ້າພະເຈົ້າປະທັບໃຈກັບເພງຂອງ Natalie Merchant ມື້ຄືນນີ້, ທີ່ໄດ້ມາຈາກບົດກອນເກົ່າ. ຂ້າພະເຈົ້າຢາກອ່ານໃຫ້ທ່ານຟັງບຸດໜຶ່ງ, ເປັນກອນທີ່ສັ້ນໆດອກ ໂດຍ W.B. Yeast, ເຊິ່ງບາງທ່ານອາດຈະຮູ້ລາວ. ລາວໄດ້ຂຽນກອນນີ້ໃຫ້ກັບຄົນຮັກຂອງລາວ, ຊື່ Maud Gonne, ແລະ ລາວກຳລັງຄຳ່ຄວນກ່ຽວກັບວ່າ ລາວບໍ່ສາມາດໃຫ້ໃນສິ່ງທີ່ລາວຄິດວ່ານາງຕ້ອງການຈາກລາວໄດ້. ແລະ ລາວເວົ້າວ່າ, “ຂ້ອຍມີຢ່າງອື່ນ, ແຕ່ມັນອາດຈະບໍ່ເໝາະສຳລັບເຈົ້າ.” ລາວເວົ້າສິ່ງນີ້: “ຖ້າຂ້ອຍມີເສື້ອຜ້າທີ່ຖໍຢູ່ສະຫວັນ, ຕຳ່ດ້ວຍໄໝຄຳ, ແລະ ແສງເງິນ, ສີຟ້າ ແລະ ສີມົວ ແລະ ສີມືດຂອງຜືນຜ້າ ຂອງຍາມກາງຄືນ ແລະ ຂອງແສງ ແລະ ເຄິ່ງແສງ, ຂ້ອຍຈະປູຜ້ານີ້ຢູ່ປາຍຕີນເຈົ້າ; ແຕ່ຂ້ອຍຄົນທຸກ, ມີແຕ່ຄວາມຝັນ; ຂ້ອຍໄດ້ປູຄວາມຝັນຂອງຂ້ອຍຢູ່ປາຍຕີນເຈົ້າ; ຈົ່ງຍ່າງດ້ວຍຄວາມລະວັງ ເພາະເຈົ້າກຳລັງຍ່າງຢູ່ເທິງຄວາມຝັນຂອງຂ້ອຍ.” ແລະ ທຸກໆມື້, ທຸກໆບ່ອນ, ລູກຫຼານຂອງເຮົາປູຄວາມຝັນຂອງເຂົາຢູ່ປາຍຕີນເຮົາ. ພວກເຮົາຄວນຍ່າງດ້ວຍຄວາມລະວັງ. ຂໍຂອບໃຈ. (ຕົບມື) ຂໍຂອບໃຈຫຼາຍໆ.